ຂ່າວສານ

ຫວຽດນາມປະດິດຊຸດ KIT ກວດເຊື້ອໄວຣັດ SARS-CoV-2 ສຳເລັດ

      ຕອນບ່າຍວັນທີ 3 ມີນາ, ສະຖາບັນເຕັກໂນໂລຢີ ຊີວະວິທະຍາ ສັງກັດ ສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ປະກາດວ່າໄດ້ປະດິດຊຸດ KITກວດເຊື້ອໄວຣັດ SARS-CoV-2 ສຳເລັດ.

ນັກຄົ້ນຄ້ວາ ຂອງສະຖາບັນເຕັກໂນໂລຢີຊີວະວິທະຍາ ປະດິດຊຸດ KIT ກວດເຊື້ອໄວຣັດ SARS-CoV-2 ສຳເລັດ
(ພາບ:ສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ )
      ຊຸດ KIT ມີຜົນພິເສດ 100%ກັບເວລາກວດເຊື້ອແມ່ນ 80 ນາທີນັບແຕ່ເມື່ອໄດ້ຮັບຕົວຢ່າງ RNA ຂອງຄົນເຈັບ. ມາຮອດຕອນບ່າຍວັນທີ 2 ມີນາ, ຊຸດ KIT ໄດ້ຮັບການທົດລອງ, ຕີລາຄາ ກ່ຽວກັບ ເວລາສະແດງຜົນໄວ ແລະ ລະດັບຜົນພິເສດໂດຍສະຖາບັນການແພດປ້ອງກັນກອງທັບ. ໝາກຜົນໄດ້ຊີ້ໃຫ້ເຫັນວ່າ ຊຸດ KIT ມີລະດັບສະແດງຜົນໄວ ແລະ ລະດັບຜົນພິເສດຄ້າຍຄືກັນກັບ ຊຸດ KIT realtime RT – PCR ຂອງອົງການອະນາໄມໂລກ.
        ຮອງສາດສະດາຈານ, ປ.ອ ຈູຮ່ວາງຮ່າ, ຫົວໜ້າສະຖາບັນເຕັກໂນໂລຢີຊີວະວິທະຍາໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະຖາບັນຈະສົມທົບກັບສະຖາບັນການແພດປ້ອງກັນກອງທັບ ຜະລິດຊຸດ KIT ເປັນຈຳນວນຫຼາຍເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການໃນການກວດ, ວິໄຈຂະໜາດໃຫຍ່. ສະຖາບັນກໍ່ພ້ອມແລ້ວທີ່ຈະສົມທົບກັບອົງການເຈົ້າໜ້າທີ່ອື່ນເພື່ອຜັນຂະຫຍາຍ ຊຸດ Kit ກວດເຊື້ອໄວຣັດ SARS-CoV-2 ປະກອບສ່ວນຄວບຄຸມໂລກລະບາດ.
 (ແຫຼ່ງຄັດຈາກ VOV)


top