ຂ່າວສານ

ຫວຽດນາມບັນລຸຜົນງານສຳຄັນໃນການປະຕິບັດສົນທິສັນຍາສປຊກ່ຽວກັບການຕ້ານສໍ້ລາດບັງຫຼວງ

(ພາບປະກອບ)
         ຫວຽດນາມ​ບັນລຸ​ຜົນງານ​ສຳຄັນ​ໃນ​ການ​ປະຕິບັດ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ. ນີ້​ແມ່ນ​ຂໍ້​ສັງ​ເກດ​ທີ່​ຖືກ​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ຕີ​ລາຄາ​ກ່ຽວ​ກັບ​ການ​ປະຕິບັດ​ສົນທິສັນຍາ​ຂອງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/12, ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ອົງການ​ກວດກາ​ລັດຖະບານ ສົມທົບ​ກັບ​ອົງການ ປ້ອງ​ກັນ​ຕ້ານ​ອາດ​ສະ​ຍາ​ກຳ ​ແລະ ຢາ​ເສບ​ຕິດ​ຂອງ ສະຫະ​ປະຊາ​ຊາດປະຈຳ ຫວຽດນາມ (UNODC) ຈັດ​ຕັ້ງ. ບັນດາ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຖື​ວ່າ, ຫວຽດນາມ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ປະຕິບັດ​ສັນ​ທິສັນຍາ​ຂອງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ລະບອບ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ໄດ້​ຮັບ​ການ​ປັບປຸງ​​ໃຫ້​ດີກ​ວ່າ, ປະຕິບັດ​ໜ້າ​ທີ່​ອະພິປາຍ, ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ, ​ແກ້​ໄຂ​ການລະ​ເມີດ, ປ່ຽນ​ໃໝ່​ແບບ​ວິທີ​ຊີ້​ນຳ​ນຳພາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ… ວຽກ​ງານ​ໂຄສະນາ​ສຶກສາ, ​ເຜີຍ​ແຜ່​ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຖືກ​ນຳ​ເຂົ້າ​ລະບົບ​ສຶກສາ, ບຳລຸງ​ສ້າງ ​ແລະ ຜັນ​ຂະ​ຫຍາ​ຍຢ່າງ​ກວ້າງຂວາງ, ​ໃນ​ເບື້ອງ​ຕົ້ນ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.
 (ແຫຼ່ງຄັດຈາກ VOV)

top