ຂ່າວສານ

ຫວຽດນາມຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ

ຕອນບ່າຍວັນທີ 25 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ໄປຢ້ຽມຢາມສຳນັກງານອົງການການຄ້າໂລກ (WTO) ຢູ່ເຊີແນວ, ປະເທດສະວິດ ແລະ ເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ WTO ຈາງຊຽງເຈິ໊ນ.
  ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຢັ້ງຢືນວ່າ ຫວຽດນາມ ແລະ ທ່ານຜູ້ອຳນວຍການໃຫຍ່ WTO ຈາງຊຽງເຈິ໊ນ            (ພາບ: VGP)  

 ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດເປັນໃຈກາງຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍເປີດ, ໂປໃສ, ອີງໃສ່ກົດໝາຍ, ລົບລ້າສິ່ງກີດຂວາງດ້ານພາສີ, ຕ້ານລັດທິອາລັກຂາດ້ານການຄ້າ, ທ່ານຄວາມຫວັງວ່າ WTO ຈະສືບຕໍ່ ເສີມຂະຫຍາຍບົດບາດປະສານງານເພື່ອແນໃສ່ຊຸກຍູ້ການຄ້າທົ່ວໂລກຕາມທິດກວມລວມ, ສົມດູນ, ປະກອບສ່ວນຟື້ນຟູ ແລະ ເຕີບໂຕເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີໄດ້ສະເໜີວ່າ ຂັ້ນຕອນປະຕິຮູບ WTO ຕ້ອງຮັບປະກັນຄວາມດຸນດ່ຽງລະຫວ່າງສິດຜົນປະໂຫຍດ ແລະ ພັນທະ, ເໝາະສົມກັບລະດັບການພັດທະນາ ແລະ ກຳລັງຄວາມສາມາດໃນການປະຕິບັດຂອງບັນດາສະມາຊິກ, ພິເສດແມ່ນບັນດາສະມາຊິກພວມພັດທະນາ ແລະ ດ້ອຍພັດທະນາ.

ສ່ວນ, ທ່ານ ຈາງຊຽງເຈິ໊ນ ປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂັ້ນຕອນປຶກສາຫາລືຢູ່ກອງປະຊຸມລັດຖະມົນຕີ WTO ຄັ້ງທີ 12 ໃນເດືອນມິຖຸນາຈະມາເຖິງ ແນໃສ່ບັນລຸໄດ້ໝາກຜົນລະອຽດ, ເປັນຕົ້ນແມ່ນໃນຂົງເຂດໜູນຊ່ວຍຂະແໜງສິນໃນນ້ຳ ແລະ ກະສິກຳ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຄ້າທົ່ວໂລກ.

ແລະກໍ່ໃນຕອນບ່າຍວັນ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, WTO ແລະ ອົງການຈັດຕັ້ງສາກົນຕ່າງໆ ພ້ອມກັບຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ສະວິດ.


top