ຂ່າວສານ

ຫວຽດນາມຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ

      ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ໄດ້ໃຫ້ການຕ້ອນຮັບທ່ານ ຈອນເຄຣີ ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມແຕ່ວັນທີ 10 ຫາວັນທີ 11 ມັງກອນປີ 2018

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຝ້າມບີງມິນ
ແລະ ທ່ານ ອະດີດລັດຖະມົນຕີການຕ່າງປະເທດ ຈອນເຄຣີ
      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ຢືນຢັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ ແລະ ຫວັງສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຍາວນານ, ເປັນປົກກະຕິກັບອາເມລິກາ ບົນພື້ນຖານຫຼັກການເຄົາລົບລະບອບການເມືອງຂອງກັນ.
    ສ່ວນທ່ານ ຈອນແຄຣີ ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ       ຢືນຢັນວ່າ ເຖິງວ່າໃນຖານະຕຳແໜ່ງໃດໆກໍຕາມ, ທ່ານຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນວິວັດການຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top