ຂ່າວສານ

ຫວຽດນາມຖືກເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G7

      ໜຶ່ງອາທິດກ່ອນທີ່ດຳເນີນກອງປະຊຸມສຸດຍອດ ກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ຢູ່ເຂດ Charlevoix  ຂຶ້ນກັບແຂວງ Quebec ປະເທດ ການາດາ, ວັນທີ 1 ມິຖຸນາ ປະເທດນີ້ໄດ້ປະກາດບັນຊີລາຍຊື່ ບັນດາປະເທດຖືກເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G7 ໃນຄັ້ງນີ້.
ນອກຈາກ 7 ປະເທດຂອງກຸ່ມ ແລະ ຄູ່ຮ່ວມມືສະຫະພາບເອີລົບ (EU) ແລ້ວ, ບັນຊີລາຍຊື່ແຂກຖືກເຊີນປີນີ້ ລວມມີ 12 ປະເທດມາຈາກທົ່ວທຸກທະວີບ, ໃນນັ້ນມີຫວຽດນາມ, ເປັນການສະແດງໃຫ້ເຫັນຄວາມແຕກຕ່າງກັບທຳນຽມ. 4 ອົງການຈັດຕັ້ງສາກົນຂອງສະຫະປະຊາຊາດ,  ກອງທຶນເງິນຕາສາກົນ (IMF), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ທະນາຄານໂລກ (WB) ກໍ່ນອນຢູ່ໃນບັນຊີລາຍຊື່ຖືກເຊີນ. ຄາດຄະເນວ່າ, ການປົກປັກຮັກສາບັນດາມະຫາສະມຸດ ແລະ ອະນຸລັກຮັກສາອາຊີບຫາປາ ແມ່ນຫົວຂໍ້ສຳຄັນຂອງກອງປະຊຸມສຸດຍອດ G7 ໃນປີນີ້.
 (ແຫຼ່ງຄັດຈາກ VOV)

top