ຂ່າວສານ

ຫວຽດນາມຖືການພົວພັນຄູ່ຮ່ວມມືຍຸດທະສາດກັບລາຊະອານາຈັກອັງກິດເປັນສຳຄັນ


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ  ແລະ ເຈົ້າ​ຊາຍ Andrew
ພາບ:baomoi.com

 
      ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ນຳ​ຫ​ນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 24-26/4. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ອັງ​ກິດ, ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໄດ້​ພົບ​ປະ​ກັບ​ອົງ​ມົງ​ກຸດ ລາ​ຊະ​ກຸມ​ມານ​ແຄ້ວນ York, ເຈົ້າ​ຊາຍ Andrew ແລະ ການພົບ​ປະຄັ້ງ​ຕ່າງໆອີກ​.
      ທີ່​ການ​ພົບ​ປະ​, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ຢືນ​ຢັນ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ກັບ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ, ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ວັດ​ທ​ະ​ນະ​ທຳ, ການ​ສຶກ​ສາ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ສະ​ເຫ​ນີ ​ລາ​ຊະ​ວົງ ແລະ ລັດ​ຖະ​ບານອັງ​ກິດ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ, ສະ​ຫ​ນັບ​ສະ​ຫ​ນູນ​ຫວຽດ​ນາມ​ອອກ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020- 2021. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ ອັງ​ກິດ ລົງ​ທຶນ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຍາວ​ນານ​ຢູ່​ຫວຽດ​ນາມ.
      ອົງ​ມົງ​ກຸດ ລາ​ຊະ​ກຸມ​ມານ​ແຄ້ວນ York, ເຈົ້າ​ຊາຍ Andrew ແລະ ບັນ​ດາ​ການ​ນຳ ອັງ​ກິດ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ໃນ​ການ​ປັບ​ປຸງ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ແລະ​ເນັ້ນ​ຫ​ນັກ​ວ່າ ລັດ​ຖະ​ບານ​ໃຫມ່​ຂອງ​ອັງ​ກິດ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ກັບ​ຫວຽດ​ນາມ. 
 (ແຫຼ່ງຄັດຈາກ VOV)

top