ວັນທີ 12 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບໝາກຜົນຂອງການເຈລະຈາສຸດຍອດລະຫວ່າງ ສປປ.ເກົາຫຼີ - ອາເມລິກາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ຫວຽດນາມຊົມເຊີຍ ແລະຕີລາຄາສູງໝາກຜົນການເຈລະຈາ ລະຫວ່າງ ສປປ.ເກົາຫຼີ - ອາເມລິກາ ໃນວັນທີ 12 ມິຖຸນາ 2018
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
(ພາບ: TTXVN)
ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນການປອດນິວເຄຼຍ ແລະ ສັນຕິພາບ, ສະຖຽນລະພາບຢູ່ແຫຼມເກົາຫຼີ, ແກ້ໄຂທຸກບັນຫາ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ພວກຂ້າພະເຈົ້າ ຖືວ່າ ເລື່ອງຜັນຂະຫຍາຍບັນດາຂໍ້ຕົກລົງ ທີ່ບັນລຸໄດ້ໃນກອງປະຊຸມສຸດຍອດລະຫວ່າງ ສປປ.ເກົາຫຼີ - ອາເມລິກາ ຄັ້ງນີ້ ຈະນຳມາເຊິ່ງໝາກຜົນຕັ້ງໜ້າ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ຢູ່ໃນໂລກ.
(ແຫຼ່ງຄັດຈາກ VOV)