ຂ່າວສານ

ຫວຽດນາມຕັ້ງຫນ້າໃນການປົກປ້ອງພົນລະເມືອງ,ກຽມພ້ອມໄປຮັບພົນລະເມືອງຢູ່ເຂດເກີດໂລກລະບາດສົ່ງກັບເມືອປະເທດ

      ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມໃນຕອນບ່າຍວັນທີ 6 ກຸມພາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນຫນັກເຖິງບັນຫາເພື່ອປົກປ້ອງພົນລະເມືອງໃນສະພາບການໂລກໄວຣັດ ໂຄໂຣນາສາຍພັນໃຫມ່ ພວມແຜ່ລະບາດ. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ:
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
ພາບ:TTXVN
      ເມື່ອໄດ້ຮັບຂ່າວກ່ຽວກັບໂລກລະບາດ ກະຊວງການຕ່າງປະເທດຫວຽດນາມໄດ້ເປັນເຈົ້າການສະເຫນີບັນດາອົງການຕາງຫນ້າຂອງຫວຽດນາມ ຢູ່ ຕ່າງປະເທດ ພິເສດ ອົງການຜູ້ຕາງຫນ້າຫວຽດນາມ  ຢູ່ຈີນ ສະຫນອງຂໍ້ມູນຂ່າວ ແລະ ອັບເດັດການຜັນແປຂອງໂລກລະບາດເປັນປະຈຳ ກໍ່ຄືຄວາມມຸ່ງມາດປາດຖະຫນາຂອງພົນລະເມືອງຫວຽດນາມ, ບັນດາມາດຕະການຮັບມືຂອງປະເທດປະຈຳຖິ່ນ. ກະຊວງການຕ່າງປະເທດຫວຽດນາມໄດ້ປະກາດໂທລະສັບສາຍດ່ວນຂອງທຸກອົງການຕາງຫນ້າຫວຽດນາມ ຢູ່ ຈີນ ພ້ອມແລ້ວປະຕິບັດບັນດາມາດຕະການຫນູນຊ່ວຍ ແລະ ປົກປ້ອງພົນລະເມືອງຫວຽດນາມເມື່ອມີຄວາມຈຳເປັນ. ໃນຊຸມມື້ຜ່ານມາ ບັນດາອົງການຕາງຫນ້າຫວຽດນາມ ຢູ່ ຈີນ ໄດ້ຕິດຕໍ່ ກັບພົນລະເມືອງຫວຽດນາມກວ່າ 400 ຄົນທີ່ພວມດຳລົງຊີວິດ, ເຮັດວຽກ, ໄປທ່ຽວຢູ່ ຈີນ ແລະຜ່ານການພົວພັນຕິດຕໍ່ ໄດ້ຮັບຂ່າວວ່າ ເຂົາເຈົ້າລ້ວນແຕ່ມີສຸຂະພາບປົກກະຕິ.
 ເມື່ອຕອບຄຳຖາມກ່ຽວກັບກໍລະນີມີພົນລະເມືອງຫວຽດນາມ ຜູ້ຫນຶ່ງຢູ່ຈີນ ຖືກຕິດ ໄວຣັກ ໂຄໂຣນາ ສາຍພັນໃຫມ່, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອພວມໄດ້ຮັບການປິ່ນປົວຢູ່ໂຮງໝໍເລກ 5 ຂອງແຂວງ ແຈງຊີ ຂອງຈີນ.
 (ແຫຼ່ງຄັດຈາກ VOV)
 

top