ຂ່າວສານ

ຫວຽດນາມຍູ້ແຮງການຮ່ວມມືສາກົນໃນຂົງເຂດສາທາລະນະສຸກ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການອະນາໄມໂລກຄັ້ງທີ 71, ເຊິ່ງດຳເນີນໃນລະຫວ່າງວັນທີ 21 – 26 ພຶດສະພາ, ຢູ່ສຳນັກງານສະຫະປະຊາຊາດ ຢູ່ເຊີແນວ, ປະເທດຊະວິດ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເລກວາງເກື່ອງ ແລະ ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໄດ້ມີການພົບປະ, ເຮັດວຽກຫຼາຍຄັ້ງກັບບັນດາຄູ່ຮ່ວມມືສາກົນ.


ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເລກວາງເກື່ອງ

ແລະ ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ

(ພາບ: TTXVN)

ທີ່ການເຮັດວຽກກັບຄະນະຜູ້ແທນກະຊວງສາທາລະນະສຸກ ແລະ ສະຫວັດດີການສັງຄົມສ.ເກົາຫຼີ, 2 ຝ່າຍໄດ້ປຶກສາຫາລື ແລະ ເຫັນດີຕໍ່ເລື່ອງສ້າງເອກະສານຮ່ວມມືດ້ານສາທານະລະສຸກ 2 ປະເທດໃຫ້ສົມບູນແບບ, ຄາດວ່າຈະໄດ້ຮັບການລົງນາມໃນການຢ້ຽມຢາມຫວຽດນາມ ຄັ້ງຈະມາເຖິງຂອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫວັດດີການສັງຄົມສ.ເກົາຫຼີ.

      ທ່ານຮອງລັດຖະມົນຕີ ເລກວາງເກື່ອງ ແລະ ຄະນະປະຕິບັດງານໄດ້ມີການເຮັດວຽກກັບຜູ້ອຳນວຍການໃຫຍ່ໂຄງການວັນນະໂລກທົ່ວໂລກຂອງ WHO, ທ່ານນາງ Tereza Laserva ເພື່ອປຶກສາຫາລືເລື່ອງເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.

      ທ່ານຮອງລັດຖະມົນຕີ ເລກວາງເກື່ອງ ກໍ່ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການປັດເຂ່ຍພະຍາດໄຂ້ຫຍຸງລາຍຢູ່ເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ໂດຍຈີນ ແລະ ສີລັງກາ ປູກລະດົມ.

      ຄະນະຜູ້ແທນຫວຽດນາມ ກໍ່ໄດ້ພົບປະກັບຄະນະຜູ້ແທນໄທ ເພື່ອປຶກສາຫາລືກ່ຽວກັບຂໍ້ສະເໜີຂອງຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມພັນທະມິດກະທຳອາຊີ ປາຊີຟິກ ກ່ຽວກັບແຫຼ່ງຊັບພະຍກອນມະນຸດຂະແໜງສາທາລະນະສຸກ (AAAH) ຄັ້ງທີ 10, ຄາດວ່າຈະດຳເນີນໃນເດືອນ ພະຈິກ 2018.

(ແຫຼ່ງຄັດຈາກ VOV)



top