ຂ່າວສານ

ຫວຽດນາມຊ່ວຍໜູນຜ້າອັດປາກ - ດັງ10.000 ອັນ ໃຫ້ແກ່ປະຊາຊົນ ອາແຊັກໃບຢານ ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

      ວັນທີ 28 ເມສາ, ຢູ່ສຳນັກງານສະຖານທູດ ອາແຊັກໃບຢານ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ອາແຊັກໃບຢານ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ) ໂດຍຜ່ານສະຖານທູດ ອາແຊັກໃບຢານ ປະຈຳຫວຽດນາມ ໄດ້ມອບຜ້າອັດປາກ - ດັງ 10.000 ອັນ, ເພື່ອໜູນຊ່ວຍປະຊາຊົນ ອາແຊັກໃບຢານ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
 
 

ທ່ານ ງຽມຫວູຂ໋າຍປະທານສະມາຄົມມິດຕະພາບຫວຽດນາມ - ອາແຊັກໃບຢານ ມອບຜ້າອັດປາກ - ດັງໃຫ້ທ່ານເອກອັກຄະລັດຖະທູດ ອາແຊັກໃບຢານ ປະຈຳຫວຽດນາມ (ພາບ: TTXVN)
      ກ່ອນໜ້ານັ້ນ, ໃນວັນທີ 26 ເມສາ, ສະມາຄົມໄດ້ບໍລິຈາກເງິນໜູນຊ່ວຍ ພົນລະເມືອງ ອາແຊັກໃບຢານ 3 ຄົນທີ່ບໍ່ມີວຽກເຮັດງານທຳຢູ່ເກາະຝູກວ໊ກ ຍ້ອນຜົນສະທ້ອນຂອງໂລກລະບາດ Covid – 19.
            ຕາງໜ້າໃຫ້ປະຊາຊົນ ອາແຊັກໃບຢານ ທ່ານ Anar Imanov ເອກອັກຄະລັດຖະທູດອາແຊັກໃບຢານ ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບໃຈມາຍັງປະຊາຊົນ ຫວຽດນາມເວົ້າລວມ, ບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ອາແຊັກໃບຢານ ເວົ້າສະເພາະ, ທ່ານກໍ່ເນັ້ນໜັກວ່າ ນີ້ແມ່ນຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງໃນສະພາບການທີ່ຫວຽດນາມພວມປ້ອງກັນ, ສະກັດກັ້ນໂລກລະບາດ  Covid – 19.
 (ແຫຼ່ງຄັດຈາກ VOV)


top