ຂ່າວສານ

ຫວຽດນາມຈະເປັນເຈົ້າພາບຈັດງານແຂ່ງຂັນກິລາ ຊີເກັມ 31 ໃນປີ 2021

      ຕອນບ່າຍວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ປະກອບຄຳເຫັນກ່ຽວກັບແຜນນະໂຍບາຍເປັນເຈົ້າພາບຈັດງານແຂ່ງຂັນກິລາ ຊີເກັມ 31 ແລະ ປາຣາເກັມ 11 ໃນປີ 2021

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
      ຕາມລ້ຳດັບໝູນວຽນ, ກຳປູເຈຍຈະຈັດງານແຂ່ງຂັນກິລາ ຊີເກັມ 31 ໃນປີ 2021 ແລະ ຫວຽດນາມຈັດຕັ້ງໃນປີ 2023. ແຕ່ຍ້ອນເງື່ອນໄຂຍັງບໍ່ທັນພຽງພໍ, ດັ່ງນັ້ນທາງຝ່າຍກຳປູເຈຍໄດ້ສະເໜີເລື່ອນເວລາຮອດປີ 2023 . ສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້ໄດ້ເຫັນດີມອບສິດໃຫ້ຫວຽດນາມເປັນເຈົ້າພາບຈັດງານແຂ່ງຂັນກິລາ ຊີເກັມ 31 ໃນປີ 2021.
     ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ຄວາມຕັດສິນໃຈຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຂອງຮ່າໂນ້ຍ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງ, ພ້ອມທັງ ເນັ້ນໜັກວ່າ ນີ້ທັງແມ່ນຄວາມຮັບຜິດຊອບ, ທັງເປັນກຽດຂອງຫວຽດນາມ ຊຶ່ງແມ່ນສະມາຊິກທີ່ຕັ້ງໜ້າ, ພ້ອມກັນນັ້ນ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມໂຄສະນາພາບພົດຂອງປະເທດຊາດຫວຽດນາມອີກດ້ວຍ.
 (ແຫຼ່ງຄັດຈາກ VOV)


top