ຂ່າວສານ

ຫວຽດນາມຈະເຂົ້າຮ່ວມເວທີປາໄສເອເລັກໂຕນິກໂລກ(WEF)ຄັ້ງທີ 22 ຢູ່ ຝລັ່ງ

      ເວທີປາໄສເອເລັກໂຕນິກໂລກຈະດຳເນີນແຕ່ວັນທີ 24-28 ຕຸລາປີ 2017 ຢູ່ ນະຄອນ Angers ປະເທດ ຝລັ່ງ
      ແມ່ນຂໍ້ມູນຂ່າວຖືກຍົກອອກມາໃນການປະຊຸມຂ່າວໂດຍ ສະຫະສະມາຄົມວິສາຫະກິດ ເອເລັກໂຕນິກ ຫວຽດນາມ ສົມທົບກັບ ນະຄອນ Angers  ແລະ ບໍລິສັດ Angers French Tech  ຈັດຕັ້ງໃນຕອນເຊົ້າວັນທີ 17 ມິຖຸນາ ຢູ່ ຮ່າໂນ້ຍ. ເວທີປາໄສດັ່ງກ່າວແມ່ນບ່ອນພົບປະຂອງນັກຄຸ້ມຄອງຂັ້ນສູງນັບຮ້ອຍໆຄົນຂອງບັນດາສະຫະສະມາຄົມອຸດສາຫະກຳເອເລັກໂຕນິກທີ່ມາຈາກຫລາຍປະເທດໃນໂລກຄື: ອາເມລິກາ, ສິງກະໂປ, ຫວຽດນາມ, ຍີ່ປຸ່ນ, ອົດສະຕາລີ… ເພື່ອປຶກສາຫາລືກ່ຽວກັບການເຕີບໂຕດ້ານເສດຖະກິດ, ການຮ່ວມມື ແລະ ພັດທະນາໃນອະນາຄົດ. ບັນດາຜູ້ແທນເຂົ້າຮ່ວມເວທີປາໄສຈະມີກາລະໂອກາດສຳຜັດ, ຄົ້ນຄວ້າຂະແຫນງອຸດສາຫະກຳ, ກາລະໂອກາດເພື່ອຮ່ວມມມືກັບບັນດາສະຫະສະມາຄົມຢູ່ເວທີປາໄສນີ້ ດ້ວຍຂໍ້ລິເລີ່ມຫລາຍຢ່າງ ແລະ ເພື່ອເປີດກວ້າງເຄືອຂ່າຍສັງຄົມ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ       ເລື່ອງຂະແຫນງອຸດສາຫະກຳເອເລັກໂຕນິກຫວຽດນາມ ເຂົ້າຮ່ວມເວທີປາໄສເອເລັກໂຕນິກໂລກ ແມ່ນໂອກາດດີເພື່ອໃຫ້ວິສາຫະກິດຫວຽດນາມ ສາມາດຊອກຮູ້, ຊອກບັນດາຄູ່ຮ່ວມມື, ຄ່ອຍໆຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງຕົນກໍ່ຄືຄວາມສາມາດອາດຈະປະກອບສ່ວນເຂົ້າໃນລະບົບການຜະລິດ. ພວກຂ້າພະເຈົ້າຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມເຂົ້າຮ່ວມເວທີປາໄສຄັ້ງນີ້ຢູ່ ຝລັ່ງ.
 (ແຫຼ່ງຄັດຈາກ VOV)

top