ຂ່າວສານ

ຫວຽດນາມຈະສືບຕໍ່ມີບາດກ້າວກະໂດດຂັ້ນມຸ່ງໄປເຖິງທີ່ຕັ້ງແຫ່ງປະເທດພັດທະນາ

      ສື່ເອເລກໂຕນິກ Frontera ຂອງ ອີຕາລີ ຫາກໍ່ລົງບົດຂຽນດ້ວຍຫົວຂໍ້ວ່າ “ທີ່ຕັ້ງ ຫວຽດນາມ ໃນສະຕະວັດອາຊີ“,

 (ພາບປະກອບ)
      ໃນນັ້ນເນັ້ນໜັກວ່າ ໂດຍແມ່ນປະເທດທີ່ຖືກທຳລາຍຍ້ອນສົງຄາມ ແລະ ຄວາມທຸກຍາກ ອຶດຫີວກ່ອນນີ້ສອງ, ສາມ ທົດສະວັດນັ້ນ, ແຕ່ປັດຈຸບັນ, ຫວຽດນາມ ໄດ້ມີໂຮງຈັກ, ໂຮງງານຫຼາຍແຫ່ງພວມເຄື່ອນໄຫວ, ຊົນຊັ້ນກາງນັບມື້ນັບເພີ່ມຂຶ້ນໃນສັງຄົມ ແລະ ພວມພົ້ນເດັ່ນຂຶ້ນຄືດັ່ງ “ສິ່ງມະຫັດສະຈັນ“ ຂອງອາຊີ.
      ບົດໜັງສືພິມຊີ້ແຈ້ງວ່າ, ນັບແຕ່ປະຕິບັດການປະຕິຮູບເສດຖະກິດເມື່ອປີ 1986, ຫວຽດນາມ ສາມາດບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ. ປີ 2009-2012, ຫວຽດນາມ ໄດ້ກາຍເປັນແບບຢ່າງທີ່ດີ ດ້ວຍລະດັບເຕີບໂຕຜະລິດຕະພັນພາຍໃນ (GDP) ປະມານ 6% ຕໍ່ປີ ແລະ ປະຈຸບັນ ພວມຢູ່ໃນລະດັບຂອງບັນດາພື້ນຖານເສດຖະກິດທີ່ມີລາຍຮັບສະເລ່ຍປານກາງ. ດ້ວຍລະດັບ GDP ສະເລ່ຍໃສ່ຫົວຄົນແມ່ນ 2.200 USD/ປີ.
      ບົດໜັງສືພິມຍັງຖືວ່າ, ຍ້ອນມີທີ່ຕັ້ງຍຸດທະສາດສຳຄັນ, ພົນລະເມືອງໜຸ່ມ, ດ້ວຍຈຳນວນເກືອບ 100 ລ້ານຄົນ, ກຳລັງແຮງງານມີລະດັບວັດທະນະທຳສູງ… ຫວຽດນາມ ສາມາດສືບຕໍ່ມີບາດກ້າວບຸກທະລຸ ມຸ່ງໄປເຖິງທີ່ຕັ້ງຂອງປະເທດພັດທະນາໄດ້. ເມື່ອພື້ນຖານເສດຖະກິດຂອງ ຫວຽດນາມ ເລີ່ມມີຄວາມສຳຄັນໃນພາກພື້ນ, ຄວາມສຳຄັນດ້ານພູມສາດການເມືອງຂອງ ຫວຽດນາມກໍ່ຈະເພີ່ມທະວີຂຶ້ນ.
(ແຫຼ່ງຄັດຈາກ VOV)

top