ຂ່າວສານ

ຫວຽດນາມຄັດຄ້ານເລື່ອງໄຕ້ຫວັນ(ຈີນ)ດຳເນີນການຊ້ອມຮົບຢູ່ເຂດທະເລອ້ອມເກາະບາບີງ,ໝູ່ເກາະເຈື່ອງຊາ

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ
(ພາບ: TTXVN)
      ວັນ​ທີ 30/03, ​ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເລື່ອງ ​ໄຕ​້ຫວັນ (ຈີນ) ດຳ​ເນີນ​ການ​ຊ້ອມ​ຮົບ​ຍິງລູກປືນ​ແທ້​ຢູ່​ເຂດ​ທະ​ເລ​ອ້ອມ​ເກາະ ບາ​ບີ​ງ, ໝູ່​ເກາະ ​ເຈື່ອງ​ຊາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ ຢືນຢັນ​ວ່າ:
        “ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ​ນິຕິ​ທຳຢ່າງ​ຄົບ​ຖ້ວນ ຢັ້ງຢືນ​ອະທິປະ​ໄຕ​ສຳລັບ 2 ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເລື່ອງ ​ໄຕ້​ຫວັນ (ຈີນ) ຈັດ​ຕັ້ງ​ການ​ຊ້ອ​ມຮົບ​ຍິງ​ລູກ​ປືນແທ້​ຢູ່​ເຂດ​ທະ​ເລ​ອ້ອມ​ເກາະ ບາ​ບີ​ງ ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ​ ຂອງ ຫວຽດນາມ ​ແມ່ນ​ການ​ກະທຳ​ລ່ວງ​ລະ​ເມີດ​ອະທິປະ​ໄຕ ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ​ນີ້​ຢ່າງ​ຮ້າຍ​ແຮງ, ນາບ​ຂູ່​ເຖິງ​ຄວາມ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ຄວາມສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ກໍ່​ຄວາມ​​ເຄັ່ງ​ຕຶງ ​ແລະ ​ເຮັດ​​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ວຸ້ນວາຍ. ຫວຽດນາມ ​ເດັດດ່ຽວຄັດຄ້ານ ​ແລະ ຮຽກຮ້ອງ ​ໄຕ​້ຫວັນ ບໍ່ດຳ​ເນີນ​ບັນດາ​ການ​ກະທຳ​ຄ້າຍ​ຄື​ກັນຕື່ມ​ອີກ ”.
 (ແຫຼ່ງຄັດຈາກ VOV)

top