ຂ່າວສານ

ຫວຽດນາມຄັດຄ້ານເລື່ອງຈີນສົ່ງເຮືອບິນສູ້ຮົບໄປຍັງເຂດລານຫີນ ຊູບີ

      "ທຸກໆການເຄື່ອນໄຫວທີ່ບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມຢູ່ສອງໝູ່ເກາະນີ້ ແມ່ນລະເມີດອະທິປະໄຕຂອງຫວຽດນາມ, ບໍ່ມີຄຸນຄ່າ ແລະ ບໍ່ມີຜົນປະໂຫຍດຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ຫວຽດນາມເດັດດ່ຽວຄັດຄ້ານ."

ພາບປະກອບ: SCMP 
      ເມື່ອສະແດງຄວາມຄິດເຫັນກ່ຽວກັບເລື່ອງສື່ມວນຊົນຈີນເອົາວີດີໂອການຊ້ອມຮົບຂອງປະເທດນີ້ລົງໃນອິນເຕີແນດຫວ່າງແລ້ວນີ້, ໃນນັ້ນມີການຜັນຂະຫຍາຍເຮືອບິນສູ້ຮົບໄປຍັງເຂດລານຫີນ ຊູບີ ຂຶ້ນກັບໝູ່ເກາຮ່ວາງຊາ ຂອງຫວຽດນາມ, ໃນການຖະແຫຼງຂ່າວນັດສາມັນທີ່ໄດ້ດຳເນີນໃນຕອນບ່າຍວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້ເນັ້ນໜັກວ່າ:
            ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາແມ່ນເຂດນ້ຳແດນດິນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້. ທຸກໆການເຄື່ອນໄຫວທີ່ບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມຢູ່ສອງໝູ່ເກາະນີ້ ແມ່ນລະເມີດອະທິປະໄຕຂອງຫວຽດນາມ, ບໍ່ມີຄຸນຄ່າ ແລະ ບໍ່ມີຜົນປະໂຫຍດຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ຫວຽດນາມເດັດດ່ຽວຄັດຄ້ານ.
 ທຸກການເຄື່ອນໄຫວກ່ຽວຂ້ອງເຖິງໝູ່ເກາະຮ່ວາງຊາໂດຍບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມລ້ວນແຕ່ລະເມີດອະທິປະໄຕຫວຽດນາມ
ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມຈັດຂຶ້ນໃນຕອນບ່າຍວັນທີ 6 ສິງຫາ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ຫນ້າເລື່ອງຈີນ ນຳເຂດໝູ່ເກາະ ຮ່ວາງຊາຂອງຫວຽດນາມ ເຂົ້າໃນຫລັກການກວດກາດ້ານເຕັກນິກກຳປັ່ນທະເລພາຍໃນປະເທດ ຕາມກົດໝາຍປີ 2020, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມຢືນຢັນວ່າ:
ເລື່ອງຈີນ ນຳ ເຂດໝູ່ເກາະ ຮ່ວາງຊາຂອງຫວຽດນາມ ເຂົ້າໃນຫລັກການກວດກາດ້ານເຕັກນິກກຳປັ່ນທະເລພາຍໃນປະເທດ ຕາມກົດໝາຍປີ 2020 ແມ່ນລະເມີດອະທິປະໄຕຂອງຫວຽດນາມສຳລັບ ໝູ່ເກາະຮ່ວາງຊາ ບໍ່ມີຜົນປະໂຫຍດແກ່ການຮັກສາສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືຢູ່ ທະເລຕາເວັນອອກ.
ຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ນັ້ນແມ່ນ ທຸກການເຄື່ອນໄຫວກ່ຽວຂ້ອງເຖິງໝູ່ເກາະຮ່ວາງຊາ ຂອງຫວຽດນາມໂດຍບໍ່ໄດ້ຮັບການອະນຸຍາດຈາກຝ່າຍຫວຽດນາມ ລ້ວນແຕ່ແມ່ນລະເມີດອະທິປະໄຕຂອງຫວຽດນາມ ແລະບໍ່ມີຄຸນຄ່າ.
(ແຫຼ່ງຄັດຈາກ VOV)


top