ຂ່າວສານ

ຫວຽດນາມຄັດຄ້ານບັນດາການກະທຳລະເມີດກົດໝາຍສາກົນ ຂອງຈີນ ຢູ່ ທະເລຕາເວັນອອກ

      ຈີນ ແລະບັນດາປະເທດ ຄວນມີການກະທຳທີ່ມີຄວາມຮັບຜີດຊອບ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.
      ທີ່ການຖະແຫລງຂ່າວນັດສາມັນ, ເມື່ອຕອບຄຳຖາມສະເຫນີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ ວັນທີ 3 ມິຖຸນາ ອາເມລິກາ ໄດ້ສົ່ງ    ຈົດໝາຍທາງການທູດເຖິງ ສປຊ ເພື່ອຄັດຄ້ານຄຳຮຽກສິດຂອງ ຈີນ ຢູ່ ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງໃຫ້ຮູ້ວ່າ:
ຫວຽດນາມ ສົນໃຈເຖິງເລື່ອງທີ່ວ່າ: ໃນໄລຍະຜ່ານມາ ມີຫລາຍປະເທດ ທີ່ເປັນສະມາຊິກຂອງ ສປຊ ໄດ້ມີເອກະສານສະແດງໃຫ້ເຫັນທັດສະນະຂອງຕົນຕໍ່ສະພາບການຢູ່ ທະເລຕາເວັນອອກ. ນີ້ແມ່ນວິທີການເຄື່ອນໄຫວເປັນປົກກະຕິຂອງບັນດາປະເທດສະມາຊິກ ສປຊ. ຫລັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ລວມທັງ ອະທິປະໄຕ, ອຳນາດປະທິປະໄຕ ແລະ ບັນດາອຳນາດທີ່ຖືກຕ້ອງຕາມກົດໝາຍຢູ່ທະເລຕາເວັນອອກແມ່ນຈະແຈ້ງ, ສະເຫມີຕົ້ນສະເຫມີປາຍ. ຈີນ ແລະບັນດາປະເທດ ຄວນມີການກະທຳທີ່ມີຄວາມຮັບຜີດຊອບ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)


top