ຂ່າວສານ

ຫວຽດນາມຄວນເອົາບົດຮຽນຈາກບັນດາພື້ນຖານເສດຖະກິດAPECເພື່ອພັດທະນາດ້ານການເງິນຮອບດ້ານ

      ຫວຽດນາມຄວນເອົາບົດຮຽນຈາກບັນດາພື້ນຖານເສດຖະກິດAPECເພື່ອພັດທະນາດ້ານການເງິນຮອບດ້ານ.

ທ່ານນາງ ຫງວຽນທິຮົ່ງ, ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ
      ນີ້ແມ່ນຂໍ້ສັງເກດຂອງທ່ານນາງ ຫງວຽນທິຮົ່ງ, ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຢູ່ນອກກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ APEC ໄດ້ດຳເນີນໃນວັນທີ 20 ຕຸລາ ຢູ່ ໂຮ້ຍອານ ແຂວງ ກວ໋າງນາມ. ຕາມທ່ານນາງຫງວຽນທິຮົ່ງ ແລ້ວ, ຫວຽດນາມ ອາດຈະເອົາບົດຮຽນກ່ຽວກັບການສຳຜັດກັບບໍລິການ ຫລື ນຳໃຊ້ບໍລິການ ກໍຄືຄຸນນະພາບບໍລິການການເງິນ, ບົດຮຽນ ເຮັດແນວໃດເພື່ອຜັນຂະຫຍາຍດ້ານການເງິນຮອບດ້ານຢ່າງມີປະສິດທິຜົນ. ທ່ານນາງຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຫງວຽນທິຮົ່ງ ໃຫ້ຮູ້ວ່າ: ປະຈຸບັນ ລັດຖະບານໄດ້ມອບຫນ້າທີ່ໃຫ້ທະນາຄານແຫ່ງລັດ  ເປັນອົງການສ້າງຍຸດທະສາດແຫ່ງຊາດກ່ຽວກັບດ້ານການເງິນຮອບດ້ານ. ທະນາຄານພວມສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການ ສ້າງຍຸດທະສາດເພື່ອຍື່ນສະເຫນີຕໍ່ລັດຖະບານ ສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການເງິນຮອບດ້ານ.
 (ແຫຼ່ງຄັດຈາກ VOV)

top