ຂ່າວສານ

ຫວຽດນາມຄວນຍາດແຍ່ງຫາງສຽງສາກົນໃນບັນຫາທະເລຕາເວັນອອກ

      ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ່ຢານ 8 ຂອງຈີນ ໄດ້ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ຢູ່ບໍລິເວນທາງທິດໃຕ້ທະເລຕາເວນອອກ. ການກະທຳນີ້ກາຍເປັນບັນຫາສົນໃຈເປັນພິເສດຈາກຫາງສຽງໂລກ. ຫາງສຽງໂລກອອກສຽງສະຫນັບສະຫນູນຫວຽດນາມ ແລະ ຮຽກຮ້ອງຕ້ອງມີມາດຕະການໂດຍສັນຕິ, ຜ່ານທາງການທູດ ເພື່ອບໍ່ໃຫ້ສະພາບເຄັ່ງຕຶງປີນຂັ້ນໄດໃນພາກພື້ນ.

 ປອ Umnova Irina Anatolyevna 
      ເມື່ອແລກປ່ຽນກັບນັກຂ່າວ VOV ໃນວັນທີ 24 ກໍລະກົດ ຢູ່ ຮ່າໂນ້ຍເນື່ອງໃນໂອກາດເຂົ້າຮ່ວມເຫດການຫນຶ່ງຢູ່ຮ່າໂນ້ຍ, ປອ Umnova Irina Anatolyevna ຫົວຫນ້າຄະນະຄົ້ນຄ້ວາ ລັດຖະທຳມະນູນ - ກົດໝາຍ ຂຶ້ນກັບມະຫາວິທະຍາໄລຍຸຕິທຳ, ສານສູງສຸດ ລັດເຊຍ ຖືວ່າ:
“ຫວຽດນາມ ຮຽກຮ້ອງການສະຫນັບສະຫນູນຈາກບັນດາປະເທດໃນໂລກຄື: ລັດເຊຍ, ບັນດາປະເທດ ເອີລົບ ຫລື ອົງການຈັດຕັ້ງສາກົນອື່ນຄື: ສປຊ, ເພື່ອປົກປ້ອງຜົນປະໂຫຍດຂອງຕົນຢູ່ທະເລຕາເວັນອອກ. ເລື່ອງບັນດາປະເທດໃນໂລກອອກສຽງຄັດຄ້ານຕໍ່ຫນ້າການກະທຳຂອງຈີນ ລະເມີດອຳນາດອະທິປະໄຕ, ອຳນາດສານ ຂອງຫວຽດນາມ ແມ່ນສິ່ງສຳຄັນທີ່ສຸດ.”
ຕາມ ປອ Umnova Irina Anatolyevna ແລ້ວ, ການກະທຳຂອງຈີນ ແມ່ນໄປຝືນກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982, ໄປຝືນກັບຄວາມມານະພະຍາຍາມສັນຕິພາບ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.
 (ແຫຼ່ງຄັດຈາກ VOV)
 

top