ຂ່າວສານ

ຫວຽດນາມກຽມພ້ອມແບກຫາບບົດບາດເປັນເຈົ້າພາບຈັດຕັ້ງປີAPEC 2017

ທ່ານ​ ບຸຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
           ຫວຽ​ດ​ນາມ​ກຽມ​ພ້ອມ​ແບກ​ຫາບ​ບົດ​ບາດ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC 2017. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ ບຸຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ,  ຮອງປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ APEC 2017, ປະ​ທານ SOM APEC 2017 ເມື່ອ​ຕອບ​ສຳ​ພາດ​ວົງ​ການ​ນັກ​ຂ່າວ. ນັບ​ແຕ່​ວັນ​ທີ 1/1/2017, ຫວຽດ​ນາມ​ໄດ້​ຮັບ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ (APEC) ໃນ​ທັງ​ປີ 2017. ທ່ານ​ ບຸຍ​ແທງ​ເຊີນ ໃຫ້​ຮູ້​ວ່າ : ປີ APEC 2017 ແມ່ນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ທີ່​ສຸດ​ຊຶ່ງ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ໃນ​ໄລ​ຍະ 2017-2020. ມາ​ຮອດ​ປະ​ຈຸ​ບັ​ນ, ວຽກ​ງານ​ກະ​ກຽມ​ທຸກ​ຢ່າງ​ໄດ້​ເຮັດ​ສຳ​ເລັດ​ຕາມ​ແຜນ​ການ​ເພື່ອ​ໃຫ້ຫວຽ​ດ​ນາມ​ພ້ອມແລ້ວ​ແບກ​ຫາບ​ບົດ​ບາດ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC 2017.
(ແຫຼ່ງຄັດຈາກ VOV)

top