ຂ່າວສານ

ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​​​ພື້ນຖານ​ເສດຖະກິດ ທີ່ມີ​ຜົນ​ງານ​ດີ​ທີ່​ສຸດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ

ຫວຽດນາມ ຈະສືບຕໍ່ຮັກສາທ່າເຕີບໂຕ ດ້ວຍບັນດານະໂຍບາຍທີ່ສອດຄ່ອງກ່ຽວກັບປີການເງິນ, ເງິນຕາ, ການລົງທຶນສາທາລະນະ, ການຄວບຄຸມໄພເງິນເຟີ້…
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງ Antoinette Saych ຮອງຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ   

ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດ ທີ່ມີຜົນງານດີທີ່ສຸດຢູ່ພາກພື້ນອາຊີ - ປາຊີຟິກ. ນີ້ແມ່ນການຢືນຢັນຂອງ ທ່ານນາງ Antoinette Saych ຮອງຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ຮັບຜິດຊອບພາກພື້ນອາຊີ - ປາຊີຟິກ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງທຳອິດ, ຕອນບ່າຍວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ, ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ທ່ານນາງ Antoinette Sayeh ໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນຜ່ານຜ່າຄວາມຫຍຸ້ງຍາກໃນການສະກັດກັ້ນ, ຕ້ານໂລກລະບາດໂຄວິດ-19, ຟື້ນຟູ ແລະ ພັດທະນາຢ່າງເຂັ້ມແຂງພາຍຫຼັງໂລກລະບາດ. ທ່ານນາງ Antoinette Sayeh ຕີລາຄາວ່າ: ຫວຽດນາມ ຈະສືບຕໍ່ຮັກສາທ່າເຕີບໂຕ ດ້ວຍບັນດານະໂຍບາຍທີ່ສອດຄ່ອງກ່ຽວກັບປີການເງິນ, ເງິນຕາ, ການລົງທຶນສາທາລະນະ, ການຄວບຄຸມໄພເງິນເຟີ້…

ສ່ວນ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ໃຫ້ຮູ້ວ່າ: ປີ 2023, ຫວຽດນາມ ຈະຜັນຂະຫຍາຍ ບັນດາມາດຕະການແກ້ໄຂຢ່າງເດັດດ່ຽວ ແລະ ຄົບຊຸດ ເພື່ອຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ. ດ້ວຍຄວາມສາມາດບົ່ມຊ້ອນ ກ່ຽວກັບພະລັງງານທົດແທນຢ່າງໃຫຍ່ຫຼວງ, ຫວຽດນາມ ພວມຍາດແຍ່ງກາລະໂອກາດ, ສ້າງເອກະສານນິຕິກຳ ໃຫ້ສຳເລັດໂດຍໄວ ເພື່ອພັດທະນາອຸດສາຫະກຳຄືນໃໝ່ ດ້ວຍການໜູນຊ່ວຍຂອງບັນດາປະເທດ, ບັນດາອົງການການເງິນສາກົນ ເພື່ອພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະພ້ອມທັງປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ລະບົບນິເວດທົ່ວໂລກ.

 


top