ຂ່າວສານ

ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ລັດຖະສະພາ ​ອາ​ຊີ - ປາຊີ​ຟິກ

 ວັນທີ 13 ມັງກອນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງຮອງປະທານ ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ເປັນຫົວໜ້າຄະນະ, ເລີ່ມເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມນັດສາມັນປະຈໍາປີຄັ້ງທີ 28 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF-28) ຢູ່ນະຄອນຫຼວງ Canberra, ອົດສະຕາລີ.

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN) 

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ APPF-28 ໃນຕອນເຊົ້າວັນທີ 13 ມັງກອນ, ທ່ານ Tony Smith ປະທານສະພາຕໍ່າ ອົດສະຕາລີ - ປະທານກອງປະຊຸມ APPF-28 ຢັ້ງຢືນວ່າ ເຫດການສໍາຄັນນີ້ ແມ່ນສ່ວນໜຶ່ງຂອງໂຄງການສາກົນ ເຊິ່ງສະພາແຫ່ງຊາດອົດສະຕາລີ ພວມຜັນຂະຫຍາຍ, ຊ່ວຍຊຸກຍູ້ຄວາມເຂົ້າໃຈ, ແບ່ງປັນຄວາມຮູ້ ແລະ ພັດທະນາປະຊາທິປະໄຕກັບບັນດາລັດຖະສະພາຂອງປະເທດບ້ານໃກ້ເຮືອນຄຽງ.

        ແລະກໍໃນວັນດຽວກັນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄໍາປາໄສທີ່ກອງປະຊຸມສະມາຊິກລັດຖະສະພາເພດຍິງ APPF ແລະ ກອງປະຊຸມຮຽບຮຽງມະຕິສະບັບຕ່າງໆ.

        ກອງປະຊຸມ APPF-28 ໄດ້ດໍາເນີນແຕ່ວັນທີ 13 – 16 ມັງກອນ, ໂດຍມີການເຂົ້າຮ່ວມຂອງ 19 ຄະນະຜູ້ແທນລັດຖະສະພາຂອງບັນດາປະເທດສະມາຊິກ ແລະ ລັດຖະສະພາ 10 ປະເທດສັງເກດການຂອງ APPF. ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືລັດຖະສະພາໃນປີ 2020 ແລະ ໃນໄລຍະຈະມາເຖິງ”, ກອງປະຊຸມລວມມີ 4 ວາລະປະຊຸມ: ກອງປະຊຸມສະມາຊິກລັດຖະສະພາເພດຍິງ APPF ແລະ 3 ວາລະປະຊຸມປຶກສາຫາລື ກ່ຽວກັບບັນດາບັນຫາດ້ານການເມືອງ ແລະ ຄວາມໝັ້ນຄົງ; ບັນດາບັນຫາຮ່ວມມືໃນພາກພື້ນ ອາຊີ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)


top