ທ່ານ ຫງວຽນຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍກຳລັງຮັກສາສັນຕິພາບ ຂອງ ສປຊ (ວັນທີ 4 ກັນຍາ).
ແຜນການເພື່ອກຳນົດລະອຽດເນື້ອໃນວຽກງານ, ຄວາມຄືບໜ້າໃນການປະຕິບັດສຳເລັດ ແລະ ຄວາມຮັບຜິດຊອບຂອງບັນດາສຳນັກງານ, ອົງການ ທີ່ກ່ຽວຂ້ອງໃນການປະຕິບັດກົດໝາຍ, ຮັບປະກັນຢ່າງທັນການ, ຄົບຊຸດ, ເປັນເອກະພາບ, ມີປະສິດທິຜົນ, ມີປະສິດທິພາບ.
ເພື່ອກຳນົດເນື້ອໃນຢ່າງ ລະອຽດ ແລະ ການແນະນຳປະຕິບັດກົດໝາຍ, ກະຊວງປ້ອງກັນປະເທດຈະເປັນເຈົ້າການສ້າງມະຕິສອງສະບັບຂອງລັດຖະບານ: ມະຕິວ່າດ້ວຍການກຳນົດລະອຽດ ມາດຕາຈຳນວນໜຶ່ງ ຂອງກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ, ມະຕິກຳນົດກົນໄກ, ນະໂຍບາຍຈຳນວນໜຶ່ງສຳລັບສ່ວນບຸກຄົນ ແລະ ວຽກງານຮັບປະກັນສຳລັບບັນດາອົງການຈັດຕັ້ງຂອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ…
ບັນດາກະຊວງ, ຄະນະ, ຂະແໜງ ແລະ ຄະນະກຳມະການປະຊາຊົນຂັ້ນແຂວງ ໄດ້ປະກາດໃຊ້ບັນດາຂໍ້ກຳນົດຂຶ້ນກັບຂອບຂະໜາດໃນການຄຸ້ມຄອງຂອງຕົນ…