ຂ່າວສານ

ຫວຽດນາມ - ໄທ ສູ້ຊົນນຳວົງເງິນການຄ້າຂຶ້ນເປັນ 25 ຕື້ USD ຫາ 30 ຕື້ USD ໂດຍໄວ

ຕອນບ່າຍວັນທີ 16 ພະຈິກ, ຢູ່ທີ່ສຳນັກງານລັດຖະບານທີ່ບາງກອກ, ປະເທດໄທ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ.

ຕອນບ່າຍວັນທີ 16 ພະຈິກ, ຢູ່ທີ່ສຳນັກງານລັດຖະບານທີ່ບາງກອກ, ປະເທດໄທ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ.

  ທ່ານປະທານປະເທດ ຫງວຽນຊວນຟຸກ ເຈລະຈາກັບທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ  

ປຶກສາຫາລືກ່ຽວກັບທິດທາງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ, ການນຳສອງປະເທດເຫັນດີເປັນເອກະສັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ໝັ້ນໝາຍຈະມານະພະຍາຍາມນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸເປົ້າໝາຍແຕ່ 25 ຕື້ – 30 ຕື້ USD ໂດຍໄວ; ເພີ່ມທະວີການເຊື່ອມຕໍ່ໃນບັນດາຂົງເຂດ; ຊົມເຊີຍເລື່ອງທະນາຄານກາງຂອງສອງປະເທດຜັນຂະຫຍາຍໂຄງການເຊື່ອມຕໍ່ການຊຳລະຂາຍຍ່ອຍສອງຝ່າຍດ້ວຍລະຫັດ QR ຢ່າງສຳເລັດຜົນ. ຫວຽດນາມສົ່ງເສີມບັນດາວິສາຫະກິດໄທລົງທຶນດ້ານພະລັງງານສີຂຽວ, ລົດຍົນ, ອາຫານປຸງແຕ່ງ, ແຜ່ນແພ, ວັດຖຸເອເລັກໂຕນິກ, ທາດເຄມີ, ແລະ ພື້ນຖານໂຄງລ່າງເຂດອຸດສາຫະກຳ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ໄທ ແລະ ຫວຽດນາມ ໂດຍໄວ ໂດຍຜ່ານຍຸດທະສາດ “ສາມເຊື່ອມຕໍ່”, ໃນນັ້ນມີ: ເຊື່ອມຕໍ່ຕ່ອງໂສ້ການສະໜອງ, ເຊື່ອມຕໍ່ບັນດາຂະແໜງເສດຖະກິດຮາກຖານ, ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງຂອງສອງປະເທດ. ການນຳສອງປະເທດກໍ່ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການສອນພາສາໄທຢູ່ຫວຽດນາມ ແລະ ພາສາຫວຽດນາມ ຢູ່ໄທ.

ເມື່ອປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳ 2 ທ່ານ ຢືນຢັນຈະສົມທົບກັນ ຊຸກຍູ້ ອາຊຽນໃຫ້ມີຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເສີມຂະຫຍາຍບົດບາດເປັນໃຈກາງ; ກໍ່ສ້າງອະນຸພາກພື້ນແມ່ນ້ຳຂອງທີ່ເຊື່ອມໂຍງ, ສັນຕິພາບ ແລະ ວັດທະນາຖາວອນ; ຮັກສາຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ.

ສິ້ນສຸດການເຈລະຈາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 5 ສະບັບ.

ຫຼັງຈາກນັ້ນ, ການນຳສອງທ່ານໄດ້ດຳເນີນການປະຊຸມຖະແຫຼງຂ່າວກ່ຽວກັບຜົນຂອງການຢ້ຽມຢາມ ແລະ ໄດ້ອອກຖະແຫຼງການຮ່ວມດ້ວຍສານ “ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ: ເປີດໜ້າປະຫວັດສາດໃໝ່ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ເຂັ້ມແຂງກວ່າເກົ່າເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມ.”


top