ຂ່າວສານ

ຫວຽດນາມ, ໄທ, ຟີລິບປິນ, ມຽນມາ ແມ່ນທິມບານເຕະທີ່ມີຄວາມເປັນໄປໄດ້ໃນການຄອງແຊັມບານເຕະຍິງ

ຫວຽດນາມ ແມ່ນທິມເຂັ້ມແຂງ ແລະ ມີລີລາໃນການເຕະແບບອາຊີບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຈະພ້ອມກັບ ທິມ ຟີລິບປິນ, ໄທ, ມຽນມາ ແມ່ນບັນດາທິມທີ່ມີຄວາມເປັນໄປໄດ້ສູງໃນການຄອງແຊັມບານເຕະຍິງ ຊີເກມ ຄັ້ງນີ້.
  ທ່ານ ມາຍດຶກຈູງ ຄືຝຶກຂອງທິມນັກບານເຕະ ຍິງ ຫວຽດນາມ (ພາບ: TTXVN)  

 ວັນທີ 8 ພຶດສະພາ, ຢູ່ນະຄອນ ເກີ໋ມຝາ, ແຂວງ ກວ໋າງນິງ (ສະຖານທີ່ແຂ່ງຂັນກິລາບານເຕະຍິງ), ຄະນະຈັດຕັ້ງຊີເກມ 31 ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ອນການແຂ່ງຂັນບານເຕະຍິງ ຊີເກມ 31. ກິລາປະເພດບານເຕະຍິງໃນຊີເກມ 31 ມີທັງໝົດ 7 ທິມເຂົ້າຮ່ວມ: ລວມມີ: ຫວຽດນາມ, ຟີລິບປິນ, ກຳປູເຈຍ (ສາຍ A); ໄທ, ມຽນມາ, ສິງກະໂປ, ລາວ (ສາຍ B). ນັດແຂ່ງຂັນຕ່າງໆຈະເລີ່ມແຕ່ວັນທີ 9 ຫາວັນທີ 15 ພຶດສະພາ. ການແຂ່ງຂັນຮອບຮອງຊະນະເລີດ ແລະ ຊິງຊະນະເລີດ ຈະດຳເນີນໃນວັນທີ 18 ແລະ ວັນທີ 21 ພຶດສະພາ. ນັດເປີດສາກການແຂ່ງຂັນໃນກິລາປະເພດນີ້ແມ່ນລະຫວ່າງ ທິມບານເຕະຍິງ ຟີລິບປິນ ກັບ ກຳປູເຈຍ, ເຊິ່ງດຳເນີນໃນເວລາ 19 ໂມງຂອງວັນທີ 9 ພຶດສະພາ. ເມື່ອຕີລາຄາກ່ຽວກັບລາງວັນນີ້, ບັນດາຄູຝຶກໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນລາງວັນທີ່ມີຄວາມໝາຍສຳຄັນ, ແມ່ນໂອກາດເພື່ອໃຫ້ນັກກິລາໄດ້ແຂ່ງຂັນກັບທີມທີ່ເຂັ້ມແຂງກວ່າ: ເປັນຕົ້ນແມ່ນສຳລັບນັກກິລາທີ່ເຂົ້າຮ່ວມການແຂ່ງຂັນ ຊີເກມ ເປັນຄັ້ງທຳອິດ.  ໃນບັນດາທິມເຂົ້າຮ່ວມການແຂ່ງຂັນນັ້ນ, ຫວຽດນາມ ແມ່ນທິມເຂັ້ມແຂງ ແລະ ມີລີລາໃນການເຕະແບບອາຊີບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຈະພ້ອມກັບ ທິມ ຟີລິບປິນ, ໄທ, ມຽນມາ  ແມ່ນບັນດາທິມທີ່ມີຄວາມເປັນໄປໄດ້ສູງໃນການຄອງແຊັມບານເຕະຍິງ ຊີເກມ ຄັ້ງນີ້.


top