ຂ່າວສານ

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດຄືນໃໝ່

      ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະປະຊາຊາດ ຫງວຽນຮົ່ງທາວ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ ຄືນໃໝ່ໃນອາຍຸການ 2023 – 2027.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະປະຊາຊາດ ຫງວຽນຮົ່ງທາວ
(ພາບ: TTXVN)
      ວັນທີ 12 ພະຈິກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະປະຊາຊາດ ຫງວຽນຮົ່ງທາວ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ ຄືນໃໝ່ໃນອາຍຸການ 2023 – 2027. ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ໄດ້ຮັບການເລືອກຕັ້ງຄັ້ງໃໝ່ໃນການປ່ອນບັດທີ່ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76 ຢູ່ ນິວຢອກ, ປະເທດ ອາເມລິກາ ດ້ວຍບັດເລືອກຕັ້ງທີ່ໄດ້ຮັບແມ່ນ 145 ໃນຈຳນວນ191 ບັດ, ຢືນອັນດັບທີ 4 ໃນຈຳນວນຜູ້ລົງສະໝັກ 11 ທ່ານຢູ່ພາກພື້ນ ອາຊີ - ປາຊີຟິກ. ທີ່ສຳນັນງານສະຫະປະຊາຊາດ ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ໄດ້ສະແດງຄວາມເອກອ້າງທະນົງໃຈເມື່ອສືບຕໍ່ໄດ້ປະກອບສ່ວນເຂົ້າໃນທີ່ຕັ້ງທີ່ນັບມື້ນັບກ້າວຂຶ້ນຂອງ ຫວຽດນາມ, ຕອບສະໜອງຄວາມມຸ່ງຫວັງຂອງເພື່ອນມິດສາກົນທີ່ມີຕໍ່ ຫວຽດນາມ ໃນບົດບາດສ້າງກົດໝາຍສາກົນ ເພື່ອແກ້ໄຂບັນດາບັນຫາຂັດແຍ້ງກັນ ແລະ ຊຸກຍູ້ການເພີ່ມທະວີການຮ່ວມມືລະຫວ່າງຊົນຊາດ. ທ່ານເອກອັກຄະລັດຖະທູດ ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມໃຫ້ຫຼາຍກວ່າອີກໃນອາຍຸການທີ 2 ຂອງຕົນ ເພື່ອສ້າງຊື່ສຽງ ຫວຽດນາມ ບົນເວທີສາກົນ.
(ແຫຼ່ງຄັດຈາກ VOV)


top