ຂ່າວສານ

ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າໃນສະພາຂຸດຄົ້ນໄປສະນີສາກົນ ອາຍຸການ 2022 – 2025: ແບບຢ່າງໃນການສົມທົບຜັນຂະຫຍາຍວຽກງານການຕ່າງປະເທດ

      ຫວຽດນາມ ໄດ້ຮັບການແຕ່ງຕັ້ງເປັນປະທານ ຄະນະກໍາມະການກ່ຽວກັບການບໍລິການການເງິນໄປສະນີ ເຊິ່ງເປັນໜຶ່ງໃນ 4 ຄະນະກຳມະການຂອງສະພາໄປສະນີສາກົນ ອາຍຸການ 2022 – 2025. 
  
    
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ (ພາບ: TTXVN)
      ກອງປະຊຸມໃຫຍ່ຄັ້ງທີ 27 ຂອງສະຫະພັນໄປສະນີສາກົນ (UPU) ຖືກຮັບການຈັດຕັ້ງຂຶ້ນໃນລະຫວ່າງວັນທີ 9 – 27 ສິງຫາ 2021 ຕາມແບບທາງໄກ ສົມທົບກັບ ໂດຍກົງ ຢູ່ນະຄອນ Abidjan, ກົດດີວາ ໃນຂອບເຂດກອງປະຊຸມໃຫຍ່, ຫວຽດນາມ ໄດ້ອອກສະໝັກເລືອກຕັ້ງເຂົ້າສະພາຂຸດຄົ້ນໄປສະນີ (POC) ຂອງສະຫະພັນ ໄປສະນີ ສາກົນ ອາຍຸການ 2022 – 2025 ເປັນຄັ້ງທຳອິດ. ນີ້ແມ່ນການເລືອກຕັ້ງທີ່ມີລັກສະນະແກ້ງແຍ້ງສູງ, ເພາະມີພຽງແຕ່ 48 ປະເທດ ໄດ້ຮັບການເລືອກຕັ້ງເຂົ້າໃນກົນໄກນີ້.
        ສະພາຂຸດຄົ້ນໄປສະນີ ເຊິ່ງ ຫວຽດນາມ ໄດ້ຮັບການເລືອກຕັ້ງນັ້ນ ແມ່ນບ່ອນວາງກຳນົດນະໂຍບາຍ ເຊິ່ງເປັນມາດຕະຖານເພື່ອໃຫ້ຂະແໜງໄປສະນີເຄື່ອນໄຫວ ບໍ່ພຽງແຕ່ຢູ່ແຕ່ລະປະເທດເທົ່ານັ້ນ ຫາກໃນທົ່ວໂລກອີກດ້ວຍ. ເພາະສະນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມອົງການນີ້ ແມ່ນໄດ້ເຂົ້າຮ່ວມການວາງກຳນົດບັນດານະໂຍບາຍສຳຄັນທີ່ສຸດກ່ຽວກັບການໄປສະນີສາກົນ. ພາຍຫຼັງໄດ້ຮັບການເລືອກຕັ້ງ, ໃນກອງປະຊຸມກະກຽມຂອງ ສະພາອາຍຸການໃໝ່ ທີ່ຖືກຈັດຂຶ້ນຫຼັງຈາກນັ້ນ, ຫວຽດນາມ ໄດ້ຮັບການແຕ່ງຕັ້ງເປັນປະທານ ຄະນະກໍາມະການກ່ຽວກັບການບໍລິການການເງິນໄປສະນີ ເຊິ່ງເປັນໜຶ່ງໃນ 4 ຄະນະກຳມະການຂອງສະພາດັ່ງກ່າວ.
(ແຫຼ່ງຄັດຈາກ VOV)


top