ຂ່າວສານ

ຫວຽດນາມ ໄດ້ຮັບການຄາດຄະເນວ່າຈະກາຍເປັນ “ດວງດາວ logistics” ຂອງ ອາຊີ

ຫວຽດນາມ ຢືນອັນດັບທີ 11 ໃນກຸ່ມ 50 ຕະຫຼາດ logistics ຫາກໍ່ພົ້ນເດັ່ນທົ່ວໂລກ.
  (ພາບປະກອບ)  

Logistics ແມ່ນຂະແໜງເຕີບໂຕໄວ ແລະ ເປັນປົກກະຕິທີ່ສຸດຢູ່ ຫວຽດນາມ, ດ້ວຍລະດັບສະເລ່ຍແຕ່ 14-16%/ປີ, ຂອບຂະໜາດແຕ່ 40-42 ຕື້ USD/ປີ. ຕາມບົດລາຍງານກ່ຽວກັບດັດຊະນີ logistics ຕະຫຼາດຫາກໍ່ພົ້ນເດັ່ນປີ 2022, ໂດຍນັກສະໜອງການບໍລິການຂົນສົ່ງ ແລະ ພະລາທິການສາງເກັບຮັກສາ Agility ຫາກໍ່ປະກາດແລ້ວ: ຫວຽດນາມ ຢືນອັນດັບທີ 11 ໃນກຸ່ມ 50 ຕະຫຼາດ logistics ຫາກໍ່ພົ້ນເດັ່ນທົ່ວໂລກ. ຍ້ອນມີຄວາມສະຖຽນລະພາບດ້ານການເມືອງ, ສັງຄົມ ແລະ ທີ່ຕັ້ງພູມສາດທີ່ສະດວກ, ຫວຽດນາມ ພວມໄດ້ຮັບຜົນປະໂຫຍດຈາກກະແສຫັນປ່ຽນລະບົບສະໜອງ. ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ໝູນໃຊ້ບັນດາທ່າແຮງຈາກຝັ່ງທະເລທີ່ຍາວເພື່ອກໍ່ສ້າງລະບົບທ່າກຳປັ່ນບັນລຸສະມັດຕະພາບດີທີ່ສຸດ ດ້ວຍລະດັບການເຕີບໂຕເສດຖະກິດທີ່ໜ້າປະເອີບໃຈ, ການຜະລິດໄດ້ຮັກສາເປັນປົກກະຕິ, ພ້ອມກັບການພັດທະນາຂອງການຄ້າເອເລັກໂຕນິກຢູ່ທັງ 2 ສົ້ນສົ່ງອອກ ແລະ ຜູ້ອຸປະໂພກຢູ່ພາຍໃນປະເທດ ໄດ້ຊ່ວຍໃຫ້ ຫວຽດນາມ ຍົກສູງກຳລັງແກ່ງແຍ້ງ ເພື່ອກາຍເປັນສູນສົ່ງຕໍ່ສິນຄ້າຂອງໂລກ. ຫວຽດນາມ ໄດ້ຮັບຄວາມຫວັງວ່າຈະກາຍເປັນ “ດວງດາວ logistics” ຂອງ ອາຊີ ໃນໄລຍະຈະມາເຖິງ.

 


top