ຂ່າວສານ

ຫວຽດນາມ ໄດ້ສ້າງລະບົບກົດໝາຍວ່າດ້ວຍສິນໃນນ້ຳໃຫ້ສົມບູນແບບ, ຮັບປະກັນປະສິດທິພາບ, ປະສິດທິຜົນ

ຫວຽດນາມ ມີແຜນນະໂຍບາຍພັດທະນາເສດຖະກິດທະເລແບບຍືນຍົງ, ຮັກສາການພັດທະນາຂະແໜງຂຸດຄົ້ນສິນໃນນ້ຳແບບຍືນຍົງ ດ້ວຍການສ້າງໂຄງປະກອບກຳປັ່ນ, ອາຊີບ, ສອດຄ່ອງກັບຄວາມອາດສາມາດອະນຸຍາດໃຫ້ຂຸດຄົ້ນແຫຼ່ງສິນໃນນ້ຳ ແລະ ເຄົາລົບບັນດາຂໍ້ກຳນົດກ່ຽວກັບ IUU ຢ່າງຄົບຖ້ວນ.
(ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ)

ຕອນບ່າຍວັນທີ 06 ພະຈິກ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ນັ້ນແມ່ນ:

        “ຫວຽດນາມ ມີແຜນນະໂຍບາຍພັດທະນາເສດຖະກິດທະເລແບບຍືນຍົງ, ຮັກສາການພັດທະນາຂະແໜງຂຸດຄົ້ນສິນໃນນ້ຳແບບຍືນຍົງ ດ້ວຍການສ້າງໂຄງປະກອບກຳປັ່ນ, ອາຊີບ, ສອດຄ່ອງກັບຄວາມອາດສາມາດອະນຸຍາດໃຫ້ຂຸດຄົ້ນແຫຼ່ງສິນໃນນ້ຳ ແລະ ເຄົາລົບບັນດາຂໍ້ກຳນົດກ່ຽວກັບ IUU ຢ່າງຄົບຖ້ວ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສ້າງລະບົບກົດໝາຍວ່າດ້ວຍສິນໃນນ້ຳໃຫ້ສົມບູນແບບ, ຮັບປະກັນປະສິດທິພາບ, ປະສິດທິຜົນ; ພ້ອມກັນນັ້ນ, ກໍ່ຜັນຂະຫຍາຍຫຼາຍມາດຕະການເພື່ອປ້ອງກັນ, ສະກັດກັ້ນການຂຸດຄົ້ນແບບ IUU; ເດັດດ່ຽວແກ້ໄຂຢ່າງເຄັ່ງຂັດ ແລະ ເປີດເຜີຍ, ກະຈ່າງແຈ້ງຕໍ່ບັນດາການກະທຳລະເມີດ”.

        ກໍ່ທີ່ກອງປະຊຸມນີ້, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ໃນຊຸມມື້ຜ່ານມາ, ມີຫຼາຍແຂວງ, ນະຄອນ, ທ້ອງຖິ່ນທາງພາກເໜືອ ແລະ ພາກກາງຂອງ ຫວຽດນາມ ໄດ້ ແລະ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໄພທຳມະຊາດ, ນ້ຳຖ້ວມ. ໃນໄລຍະຜ່ານມາ, ມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ສົ່ງຄຳຢື້ຢາມຖາມຂ່າວ, ກໍ່ຄືມີບັນດາການເຄື່ອນໄຫວໜູນຊ່ວຍດ້ານການເງິນ, ອຸປະກອບກູ້ໄພກູ້ຊີບ ແລະ ອາຫານທີ່ຈຳເປັນໃຫ້ປະຊາຊົນ ຫວຽດນາມ. ນີ້ແມ່ນບັນດາກຳລັງອັນລ້ຳຄ່າ, ການໜູນຊ່ວຍທີ່ຈຳເປັນ ແລະ ທັນການຂອງປະຊາຄົມສາກົນ ເພື່ອຊ່ວຍປະຊາຊົນຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ຜ່ານຜ່າຄວາມເຈັບປວດ, ຄວາມເສຍຫາຍ, ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ.


top