ຂ່າວສານ

ຫວຽດນາມ ໄດ້ປະກອບຫຼາຍຄຳເຫັນສຳຄັນຊຸກຍູ້ການຮ່ວມມື ອາຊຽນ

ນັບແຕ່ເວລາເຂົ້າຮ່ວມ ອາຊຽນ ມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ...
ຫງວຽນຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາຊຽນ (ພາບ:ນັກຂ່າວ TTXVN)

ຕາມທ່ານ ຫງວຽນຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລ້ວ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຈະຈັດຂຶ້ນໃນລະຫວ່າງວັນທີ 9 – 11 ພຶດສະພາ, ຢູ່ເຂດ ຕາກອາກາດ Labuan Bajo ຂອງປະເທດ ອິນໂດເນເຊຍ ຈະແມ່ນບາດກ້າວພັດທະນາສຳຄັນຂອງບັນດາປະເທດໃນພາກພື້ນ ໃນການສົມທົບ, ຮ່ວມມື, ກະທຳ ເພື່ອສ້າງປະຊາຄົມ ອາຊຽນ. ຄາດວ່າ, ທີ່ກອງປະຊຸມຄັ້ງນີ້, ບັນດາການນຳ ອາຊຽນ ຈະຮັບຮອງເອົາຖະແຫຼງການຮ່ວມ 3 ສະບັບ ກ່ຽວກັບການມຸ່ງໄປເຖິງວິໄສທັດ ປະຊາຄົມພາຍຫຼັງປີ 2025; ເພີ່ມທະວີກຳລັງຄວາມສາມາດ ແລະ ປະສິດທິຜົນລະບອບລະບຽບການຂອງ ອາຊຽນ; ແລະ ປ້ອງກັນ, ຕ້ານການຄ້າມະນຸດພາຍໃຕ້ການກະທົບຂອງການສວຍໃຊ້ເຕັກໂນໂລຊີ.

        ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໃຫ້ຮູ້ວ່າ: ນັບແຕ່ເວລາເຂົ້າຮ່ວມ ອາຊຽນ ມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ກຽມພ້ອມນຳພາ, ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງ ອາຊຽນ, ພິເສດໃນການສ້າງປະຊາຄົມ. ບັນດາການປະກອບສ່ວນຂອງ ຫວຽດນາມ ໃນຊຸມປີຜ່ານມານັບມື້ນັບໄດ້ຮັບການຕີລາຄາສູງ ແລະ ການຮັບຮູ້ຈາກບັນດາປະເທດສະມາຊິກອື່ນໆ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນ ອາຊຽນ. ໃນສະພາບການນັ້ນ, ການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ກອງປະຊຸມຄັ້ງນີ້ແມ່ນສຳຄັນທີ່ສຸດ, ດ້ວຍນ້ຳໃຈຊອກຫາສຽງເວົ້າລວມຂອງ ອາຊຽນ ໃນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງຮັບຮູ້ ແລະ ຖືເປັນສຳຄັນບັນດາຄວາມແຕກໂຕນກັນກ່ຽວກັບດ້ານທັດສະນະ ແລະ ຜົນປະໂຫຍດແຫ່ງຊາດລະຫວ່າງບັນດາປະເທດສະມາຊິກ.

 


top