ຂ່າວສານ

ຫວຽດນາມ ໄດ້ ແລະ ພວມປະກອບສ່ວນເຂົ້າໃນຄວາມມານະພະຍາຍາມທົ່ວໂລກຍູ້ການສໍ້ລາດບັງຫຼວງໃຫ້ຖອຍໄປ

      ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ເຊິ່ງພັກ, ລັດ ຫວຽດນາມ ປະຕິບັດຢ່າງຂ້ຽວຂາດນັບແຕ່ເມື່ອ ຫວຽດນາມ ລົງນາມໃນສົນທິສັນຍາຂອງສະຫະປະຊາດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໃນວັນທີ 09 ທັນວາ 2003 ມາຮອດປະຈຸບັນ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ
(ພາບ: zing.vn)
      ການສໍ້ລາດບັງຫຼວງຍັງຄົງຕົວຢູ່ຫຼາຍປະເທດ ແລະ ພື້ນຖານເສດຖະກິດໂລກ, ລວມທັງຢູ່ບັນດາພື້ນຖານເສດຖະກິດພັດທະນາ ແລະ ດ້ອຍພັດທະນາ. ສະນັ້ນ, ຕ້ອງມີການຮ່ວມແຮງຮ່ວມໃຈກະທຳ, ຮ່ວມແຮງຮ່ວມໃຈພ້ອມກັນຕໍ່ສູ້ຂອງປະຊາຄົມສາກົນສຳລັບໄພພິບັດທົ່ວໂລກນີ້. ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ເຊິ່ງພັກ, ລັດ ຫວຽດນາມ ປະຕິບັດຢ່າງຂ້ຽວຂາດນັບແຕ່ເມື່ອ ຫວຽດນາມ ລົງນາມໃນສົນທິສັນຍາຂອງສະຫະປະຊາດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໃນວັນທີ 09 ທັນວາ 2003 ມາຮອດປະຈຸບັນ.
        ແຕ່ດົນນານມາແລ້ວ, ພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ການສໍ້ລາດບັງຫຼວງ ແມ່ນ “ສັດຕູພາຍໃນ”, ໜຶ່ງໃນບັນດາໄພນາບຄູ່ການຄົງຕົວຂອງລະບອບ, ການພັດທະນາຂອງປະເທດຊາດ. ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຍາມໃດກໍ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດມາແຕ່ດົນແລ້ວ. ພິເສດ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ (ເດືອນ ມັງກອນ 2016), ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງມີບາດກ້າວຢ່າງແຮງ, ບັນລຸໝາກຜົນສຳຄັນຫຼາຍຢ່າງ. ຄວາມມານະພະຍາຍາມດັ່ງກ່າວໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ໃນສະພາບທີ່ຫຼາຍປະເທດພວມມານະພະຍາຍາມ, ແຕ່ບໍ່ບັນລຸຄວາມກ້າວໜ້າໃນການຫຼຸດຜ່ອນໄພສໍ້ລາດບັງຫຼວງນີ້.
        ບາດລ້ຽວສຳຄັນທີ່ສຸດໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ ຫວຽດນາມ ແມ່ນການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ເດືອນ ກຸມພາ 2013), ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຮັບຜິດຊອບຕໍ່ກົມການເມືອງ, ຄະນະເລຂາ, ຊີ້ນຳ, ສົມທົບ, ກວດກາ, ກະຕຸກຊຸກຍູ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນຂອບເຂດທົ່ວປະເທດ. ດ້ວຍຄວາມຕັດສິນໃຈ, ເຈດຈຳນົງຢ່າງແຮງກ້າຂອງຜູ້ນຳໜ້າ, ດ້ວຍພາລະບົດບາດ ແລະ ສິດອຳນາດຮັບປະກັນການປະຕິບັດໜ້າທີ່, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ມີບາດກ້າວບຸກທະລຸພາຍໃຕ້ການນຳພາຂອງຄະນະຊີ້ນຳ. ຄວາມຖືກຕ້ອງ, ປະສິດທິຜົນໄດ້ພິສູດໃຫ້ເຫັນຜ່ານໝາກຜົນນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກມາຮອດປະຈຸບັນ.
        ກ່ຽວກັບດ້ານລະບອບລະບຽບການ, ພັກໄດ້ກຳນົດວ່າ ມາດຕະການຕ້ານການສໍ້ລາດບັງຫຼວງແມ່ນຕ້ອງຮອບດ້ານ, ຄົບຊຸດໃນທຸກດ້ານຂອງຊີວິດສັງຄົມ, ຈາກການເຄື່ອນໄຫວຂອງອົງການຈັດຕັ້ງພັກ ຕະຫຼອດຮອດບັນດາຂົງເຂດເສດຖະກິດ, ສັງຄົມ. ມີຫຼາຍຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ ໄດ້ປະກາດໃຊ້ ເພື່ອແນໃສ່ເພີ່ມທະວີວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທັງມີຜົນປະໂຫຍດດ້ານການສຶກສາ, ນາບຂູ່, ສະກັດກັ້ນ ທັງແມ່ນຫຼັກຖານເພື່ອກວດພົບ ແລະ ປັບໄໝລົງໂທດການກະທຳຜິດ. ສູນກາງ, ກົມການເມືອງ, ຄະນະເລຂາ, ບັນດາອົງການເສນາທິການຂອງພັກ ໄດ້ປະກາດໃຊ້ບັນດາແຜນນະໂຍບາຍ, ມາດຕະການແກ້ໄຂໃໝ່, ຢ່າງແຮງ, ເດັດດ່ຽວກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະ ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ; ມີຫຼາຍຂໍ້ກຳນົດ, ມະຕິໄດ້ຮັບການຊາບຊຶມ ແລະ ປະຕິບັດຢ່າງເຂັ້ມງວດ. ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການມີໜ້າທີ່ກວດກາ, ປັບປຸງ, ເພີ່ມເຕີມ, ປະກາດໃຊ້ຂໍ້ກຳນົດດ້ານກົດໝາຍຫຼາຍສະບັບກ່ຽວກັບການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ແກ້ໄຂຊ່ອງຫວ່າງທີ່ພາໃຫ້ເກີດໄພຫຍໍ້ທ້ໍ, ການສໍ້ລາດບັງຫຼວງ, “ຜົນປະໂຫຍດກຸ່ມ” ເທື່ອລະກ້າວ.
        ກ່ຽວກັບການຈັດຕັ້ງປະຕິບັດ, ບັນດາອົງການກວດກາ, ຕິດຕາມກວດກາ, ກວດຊອບບັນຊີ ໄດ້ຮັບການປັບປຸງດ້ານກົງຈັກການຈັດຕັ້ງ, ຄະນະກຳມະການກວດກາສູນກາງດ້ວຍວິທີເຮັດຢ່າງຂ້ຽວຂາດ, ທ່ຽງທຳ ເຮັດແຈ້ງຕໍ່ການກະທຳຜິດທີ່ຮ້າຍແຮງ, ຕົກລົງປະຕິບັດວິໄນ ແລະ ສະເໜີຕໍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ປະຕິບັດວິໄນຕໍ່ພະນັກງານຂັ້ນສູງ ແລະ ອົງການຈັດຕັ້ງພັກທີ່ລະເມີດ. ບໍ່ພຽງແຕ່ໄດ້ມານະພະຍາຍາມໃນການປະຕິບັດສົນທິສັນຍາຕ້ານການສໍ້ລາດບັງຫຼວງຂອງສະຫະປະຊາຊາດເທົ່ານັ້ນ, ຫາກ ຫວຽດນາມ ຍັງເພີ່ມທະວີການຮ່ວມມືສາກົນ, ຕັ້ງໜ້າແລກປ່ຽນ, ຮ່ຳຮຽນເອົາບົດຮຽນ, ຮ່ວມມືໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງກັບຫຼາຍປະເທດໃນ APEC, ອາຊຽນ, ເອີລົບ, ບັນດາອົງການຈັ້ດຕັ້ງສາກົນ… ອີກດ້ວຍ ເພື່ອຍົກສູງປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມານະພະຍາຍາມໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນທົ່ວໂລກ. ມີຫຼາຍມາດຕະການແກ້ໄຂຂອງ ຫວຽດນາມ ທີ່ຍົກອອກມາໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ແລະ ຮ່ຳຮຽນເພື່ອນຳໃຊ້.
        ດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ປີ 2020, ຫວຽດນາມ ບັນລຸຄະແນນ 36/100, ຖຶກຈັດຢູ່ອັນດັບທີ 104/180 ປະເທດໃນຕະຕາລາງຈັດອັນດັບດັດຊະນີສໍ້ລາດບັງຫຼວງ (CPI) ທົ່ວໂລກຂອງອົງການຈັດຕັ້ງຈະແຈ້ງໂລກ (TI). ນີ້ິ້ແມ່ນການຮັບຮູ້ຂອງປະຊາຄົມສາກົນທີ່ມີຕໍ່ຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງ ຫວຽດນາມ. ສິ່ງນີ້ມີຄວາມໝາຍພິເສດໃນສະພາບທີ່ ຫຼາຍປະເທດໃນກຸ່ມນຳໜ້າຖືກຫຼຸດຄະແນນລົງ; ຫຼາຍປະເທດ ອາຊຽນ ຖືກຫຼຸດອັນດັບ. ກ່ອນໜ້ານັ້ນ, ເມື່ອເຕື້ອງເຖິງການຕໍ່ສູ້, ຕ້ານການສໍ້ລາດບັງຫຼວງຢູ່ ຫວຽດນາມ, ທ່ານສາດສະດາຈານ Dennis McCornac, ມະຫາວິທະຍາໄລ Loyola Maryland, ອາເມລິກາ ຖືວ່າ, ສິ່ງທີ່ຈະແຈ້ງແມ່ນທຸກສິ່ງທຸກຢ່າງມີການຫັນປ່ຽນ ເມື່ອກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງ ຫວຽດນາມ ມີຄວາມເຂັ້ມງວດກວ່າ. ກ່ຽວກັບຂົງເຂດລົງທຶນຕ່າງປະເທດ, ທ່ານ Miguel Chanco, ນັກຊ່ຽວຊານ ອາຊຽນ ຂອງອົງການຄົ້ນຄວ້າ Economist Intelligence Unit (ອັງກິດ) ພັດຖືວ່າ: “ການລົງທຶນຈາກຕ່າງປະເທດ ແລະ ໂຄງການລົງທຶນ ຍັງສືບຕໍ່ຢູ່ໃນລະດັບສູງ ແລະ ມີສະຖຽນລະພາບມານັບແຕ່ຕົ້ນປີ 2021, ເຊິ່ງແມ່ນຈຸດເວລາທີ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍູ້ແຮງພາລະກິດແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ”.
        ໝາກຜົນຕັ້ງໜ້າ ພ້ອມກັບການຕີລາຄາສູງຈາກປະຊາຄົມສາກົນ ແມ່ນກຳລັງໜູນເພື່ອໃຫ້ ຫວຽດນາມ ປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນອະນາຄົດໃຫ້ເປັນຢ່າງດີກວ່າ ແລະ ປະກອບສ່ວນຢ່າງມີປະສິດທິຜົນກວ່າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແນໃສ່ຍູ້ໄພສໍ້ລາດບັງຫຼວງໃນໂລກໃຫ້ຖອຍໄປ.
(ແຫຼ່ງຄັດຈາກ VOV)


top