ຂ່າວສານ

ຫວຽດນາມ ໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່່າງ ຫວຽດນາມ - ລາວ

      ຕອນບ່າຍວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງປະທານສະພາແຫ່ງຊາດ 2 ປະເທດ ແລະ ຢືນຢັນວ່າ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ຊຸກຍູ້ການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ກົນໄກຮ່ວມມື 2 ຝ່າຍ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ສະເໜີໃຫ້ 2 ປະເທດຈົ່ງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະ ກັນຢູ່ເວທີປາໄສສາກົນ, ພາກພື້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ.
      ສ່ວນທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ; ແຈ້ງໃຫ້ຊາບການພົບປະກັບທ່ານປະທານປະເທດ ຟ້າມມິນຈິງ ໃນນັ້ນມີເລື່ອງ ຫວຽດນາມ ໜູນຊ່ວຍ ລາວ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່່ານປະທານສະພາແຫ່ງຊາດ ລາວ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ຊຸກຍູ້ບັນດາໂຄງການເຊື່ອມຕໍ່ເສດຖະກິດ ແລະ ຄົມມະນາຄົມຂົນສົ່ງຄື ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ນະຄອນຫຼວງວຽງຈັນ - ຮ່າໂນ້ຍ, ໂຄງການເສັ້ນທາງລົດໄຟ ຄຳມ່ວນ- ຫວູງອາງ…; ພ້ອມທັງສະເໜີໃຫ້ 2 ປະເທດຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ຫຼາຍກວ່າ.
(ແຫຼ່ງຄັດຈາກ VOV)
 


top