ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ.
(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ)
ກອງປະຊຸມຄັ້ງທີ 3 ຂອງບັນດາປະເທດສະມາຊິກສົນທິສັນຍາຫ້າມອາວຸດນິວເຄຼຍ (TPNW) ຈັດຂຶ້ນແຕ່ວັນທີ 03 – 07 ມີນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 94 ປະເທດທີ່ໄດ້ລົງນາມ, ໃຫ້ສັດຕະຍາບັນສົນທິສັນຍາ, ບັນດາປະເທດສັງເກດການ ແລະ ກວ່າ 100 ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ; ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດສຸມໃສ່ໃຫ້ບຸລິມະສິດຊຸກຍູ້ບັນດາປະເທດໃຫ້ສັດຕະຍາບັນ ແລະ ເຂົ້າຮ່ວມສົນທິສັນຍາ ເພື່ອເພີ່ມລັກສະນະທົ່ວໄປຂອງເອກະສານ, ປະຕິບັດບັນດາຄຳໝັ້ນສັນຍາລົບລ້າງອາວຸດນິວເຄຼຍຢ່າງຄົບຖ້ວນ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢືນຢັນຄືນໃໝ່ສິດຂອງບັນດາປະເທດນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ ຕາມກົດໝາຍສາກົນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືກັບປະຊາຄົມສາກົນ ເພື່ອມຸ່ງໄປເຖິງໂລກປອດອາວຸດນິວເຄຼຍ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ.