ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ.
(ພາບປະກອບ: REUTERS/Manon Cruz)

ໃນຂອບເຂດກອງປະຊຸມມະຫາສະໝຸດສະຫະປະຊາຊາດຄັ້ງທີ 3, ພວມຈັດຂຶ້ນຢູ່ ຝລັ່ງ, ວັນທີ 11 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານວາລະປະຊຸມກ່ຽວກັບການຄຸ້ມຄອງອາຊີບການປະມົງແບບຍືນຍົງ; ໃນນັ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບຫາປາ ແລະ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).

        ກ່ອນໜ້ານັ້ນ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມ 6 ວາລະປະຊຸມຫົວເລື່ອງສະເພາະ, ຢືນຢັນສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາສຳຄັນ, ຄື: ການອະນຸລັກຮັກສາ ແລະ ຟື້ນຟູລະບົບຊີວະພາບທະເລ; ຫຼຸດຜ່ອນການກໍ່ມົນລະຜິດທະເລ; ຊຸກຍຸ້ອາຊີບຫາປາແບບຍືນຍົງ… ກ່າວຄຳເຫັນຢູ່ນອກກອງປະຊຸມໃນວັນທີ 10 ມິຖຸນາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໂດ້ດຶກຢຸຍ, ໃຫ້ຮູ້ວ່າ:

        “ຈາກບົດຮຽນຕົວຈິງ, ຫວຽດນາມ ໄດ້ສະເໜີບັນດາມາດຕະການແກ້ໄຂໂດຍສັງເຂບ ເພື່ອແກ້ໄຂບັນຫາ, ຈາກການວາງແຜນຜັງ, ລະດົມແຫຼ່ງກຳລັງ, ພັດທະນາພື້ນຖານໂຄງລ່າງ, ຕະຫຼອດຮອດມາດຕະການແກ່ງແຍ້ງແບບຍືນຍົງ, ປົກປັກຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິງຂອງວົງຄະນະຍາດຊຸມຊົນ ແລະ ການຮ່ວມມືກັບສາກົນ ເພື່ອແກ້ໄຂບັນດາບັນຫາຄວາມໝັ້ນຄົງແຫຼ່ງນ້ຳຂ້າມຊາຍແດນ”.


top