ເພື່ອນມິດ ກັບ ຫວຽດນາມ

ຫວຽດນາມ ໃນຄວາມຊົງຈຳ ແລະ ຄວາມເຊື່ອໝັ້ນ ຂອງເພື່ອນຊາວ ປາເລັດສະຕິນ

ທ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງລັດ ປາເລັດສະຕິນ ປະຈຳ ຫວຽດນາມ Saadi Salama ໄດ້ແບ່ງປັນ ເລື່ອງລາວ ເກືອບເຄິ່ງສະຕະວັດ ແຫ່ງການດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ແຜ່ນດິນຮູບຕົວ S. ຈາກນັກສຶກສາຄົນໜຶ່ງ ກາຍມາເປັນ ນັກການທູດ, ທ່ານໄດ້ເປັນສັກຂີພິຍານ ແລະ ຮ່ວມເດີນທາງ ໄປກັບບັນດາການຫັນປ່ຽນຢ່າງເລິກເຊິ່ງ ຂອງ ຫວຽດນາມ ໃນສະໄໝປ່ຽນແປງໃໝ່ ແລະ ເຊື່ອມໂຍງ, ພ້ອມທັງ ປະກອບສ່ວນ ເພີ່ມພູນຄຸນສ້າງ ໃຫ້ສ້າງພົວພັນມິດຕະພາບ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ປາເລັດສະຕິນ.

ທ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງລັດ ປາເລັດສະຕິນ ປະຈຳ ຫວຽດນາມ Saadi Salama ໄດ້ແບ່ງປັນ ເລື່ອງລາວ ເກືອບເຄິ່ງສະຕະວັດ ແຫ່ງການດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ແຜ່ນດິນຮູບຕົວ S. ຈາກນັກສຶກສາຄົນໜຶ່ງ ກາຍມາເປັນ ນັກການທູດ, ທ່ານໄດ້ເປັນສັກຂີພິຍານ ແລະ ຮ່ວມເດີນທາງ ໄປກັບບັນດາການຫັນປ່ຽນຢ່າງເລິກເຊິ່ງ ຂອງ ຫວຽດນາມ ໃນສະໄໝປ່ຽນແປງໃໝ່ ແລະ ເຊື່ອມໂຍງ, ພ້ອມທັງ ປະກອບສ່ວນ ເພີ່ມພູນຄຸນສ້າງ ໃຫ້ສ້າງພົວພັນມິດຕະພາບ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ປາເລັດສະຕິນ.

ທ່ານ ເອກອັກຄະລັດຖະທູດ ປາເລັດສະຕິນ Saadi Salama ແນະນຳໃຫ້ຜູ້ອ່ານ ກ່ຽວກັບ ປຶ້ມທີ່ທ່ານຂຽນດ້ວຍຕົນເອງ ເປັນພາສາ ຫວຽດນາມ ທີ່ມີຊື່ວ່າ “ເລື່ອງລາວ ຫວຽດນາມ ຂອງຂ້ອຍ”. ພາບ: ບິກເວິນ/VNP

ໂຊກຊະຕາແຫ່ງຄວາມຜູກພັນ ແລະ ບັນດາຂີດໝາຍທຳອິດ

ປີ 2026 ແມ່ນ ປີຄົບຮອບ 46 ປີ ທີ່ທ່ານ Saadi Salama ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ສຳລັບ ທ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງລັດ ປາເລັດສະຕິນ ແລ້ວ, ນັ້ນແມ່ນ ການເດີນທາງແຫ່ງຄວາມຜູກພັນ ຕະຫຼອດຊີວິດ.  

ນັບແຕ່ອາຍຸ 12 ປີ, ທ່ານໄດ້ອ່ານໜັງສືພິມ ເພື່ອສຶກສາຫາຄວາມຮູ້ ກ່ຽວກັບໂລກ. ໃນປີ 1972, ຜ່ານສື່ມວນຊົນ ປາເລັດສະຕິນ, ທ່ານໄດ້ ຮັບຮູ້ ກ່ຽວກັບການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ ຂອງປະຊາຊົນ ຫວຽດນາມ. ພາບລັກຂອງຊາດໜຶ່ງ ທີ່ຕໍ່ສູ້ ຢ່າງອົງອາດກ້າຫານ ເພື່ອ ຄວາມເປັນທຳ ໄດ້ສ້າງຄວາມປະທັບໃຈ ຢ່າງເລິກເຊິ່ງ ໃຫ້ແກ່ທ່ານ.  

ທ່ານເອກອັກຄະລັດຖະທູດ Saadi Salama ແບ່ງປັນວ່າ: “ໄຊຊະນະ ໃນວັນທີ 30 ເມສາ 1975 ບໍ່ພຽງແຕ່ມີຄວາມໝາຍສຳຄັນ ຕໍ່ ຫວຽດ ນາມ ເທົ່ານັ້ນ, ແຕ່ຍັງໄດ້ເພີ່ມຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ປາເລັດສະຕິນ ບົນເສັ້ນທາງ ແຫ່ງການຕໍ່ສູ້ຍາດເອົາເອກະລາດ ແຫ່ງຊາດ. ເຖິງວ່າ ໃນເວລານັ້ນ ຈະຍັງບໍ່ທັນເຂົ້າໃຈຫຼາຍ ກ່ຽວກັບ ວັດທະນະທຳ ຫຼື ຊີວິດການເປັນຢູ່ ຂອງຄົນ ຫວຽດນາມ, ແຕ່ຂ້າພະເຈົ້າ ກໍໄດ້ມີຄວາມຊື່ນຊົມເປັນພິເສດ ຕໍ່ປະເທດນີ້.”.  

ໃນປີ 1980, ເມື່ອໄດ້ຮັບທຶນການສຶກສາໄປຮຽນຢູ່ຕ່າງປະເທດ, ໃນລາຍຊື່ ບັນດາປະເທດທີ່ຮັບນັກສຶກສານັ້ນມີ ຫວຽດນາມ. ທ່ານໄດ້ ເລືອກເອົາ ຫວຽດນາມ ໂດຍບໍ່ລັງເລໃຈ. ວັນທີ 14 ຕຸລາ 1980, ທ່ານໄດ້ເດີນທາງ ມາຮອດສະໜາມບິນ ໂນ້ຍບ່າຍ, ເຊິ່ງແມ່ນເວລາ ທີ່ທ່ານເອີ້ນວ່າ “ບາດລ້ຽວຄັ້ງໃຫຍ່ ຂອງ ຊີວິດ”.  

ທ່ານ ຫງວຽນແມ້ງກວ່ຽນ, ຮອງປະທານຄະນະກຳມະການປະ ຊາຊົນ ນະຄອນ ຮ່າໂນ້ຍ ມອບນາມມະຍົດ ພົນລະເມືອງກິດຕິມະສັກ ຂອງນະຄອນຫຼວງ ຮ່າໂນ້ຍ ໃຫ້ແກ່ ທ່ານ ເອກອັກຄະລັດຖະທູດ ແຫ່ງລັດ ປາເລັດສະຕິນ ປະຈຳ ຫວຽດນາມ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

ໃນໄລຍະທຳອິດ, ອຸປະສັກ ທີ່ໃຫຍ່ທີ່ສຸດແມ່ນພາສາ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມພະຍາຍາມ, ທ່ານ ກໍສາມາດ ນຳໃຊ້ ພາສາ ຫວຽດນາມ ໄດ້ຢ່າງຄ່ອງແຄ່ວ ໃນເວລາອັນສັ້ນ. ໃນໄລຍະຮຽນ, ທ່ານໄດ້ຮ່ວມເຮັດວຽກ ກັບສະຖານທູດ ປາເລັດສະຕິນ ປະຈຳ ຮ່າໂນ້ຍ, ອ່ານໜັງສືພິມ ເຍິນເຢີນ (ປະຊາຊົນ), ກວນໂດ້ຍເຍິນເຢີນ (ກອງທັບປະຊາຊົນ) ແລະ ສະຫຼຸບຂໍ້ມູນ ກ່ຽວກັບສະພາບການ ຂອງ ຫວຽດນາມ ເພື່ອເກັບມ້ຽນ ເປັນເອກະສານ.  

ໃນປີ 1982, ເມື່ອກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງ ພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນ, ທ່ານໄດ້ຖືກເຊີນ ໃຫ້ຊ່ວຍເປັນ ນັກແປພາສາ ໃຫ້ແກ່ຄະນະຜູ້ແທນ ປາເລັດສະຕິນ. ຈາກ ນັກສຶກສາ ຄົນໜຶ່ງ, ທ່ານໄດ້ເຂົ້າຮ່ວມກິດຈະກຳ ການຕ່າງປະເທດ ໂດຍກົງ - ເຊິ່ງແມ່ນຂີດໝາຍເລີ່ມຕົ້ນ ໃຫ້ແກ່ການເດີນທາງ ແຫ່ງຄວາມຜູກພັນ ອັນຍາວນານກັບ ຫວຽດນາມ.

ຫວຽດນາມ ປ່ຽນແປງໃໝ່ ແລະ ສານແຫ່ງສັນຕິພາບ

ທ່ານ ເອກອັກຄະລັດຖະທູດ ປາເລັດສະຕິນ Saadi Salama ໃນເຫດການ “ບຸນເຕັດ ແມ່ນຄວາມສຸກ” 2026. ພາບ: ບິກເວິນ/VNP

ເມື່ອເວົ້າເຖິງການປ່ຽນແປງທີ່ໜ້າປະທັບໃຈທີ່ສຸດ, ທ່ານ ເອກອັກຄະລັດຖະທູດ Saadi Salama ຈື່ໄດ້ເປັນພິເສດ ແມ່ນປີ 1986, ເຊິ່ງແມ່ນເວລາ ກໍ່ຮ່າງສ້າງຕົວ ແຫ່ງພາລະກິດ ປ່ຽນແປງໃໝ່ ຂອງ ຫວຽດນາມ. ຕາມທ່ານແລ້ວ, ນັ້ນແມ່ນທາງເລືອກ ທີ່ມີ ລັກສະນະ ບາດລ້ຽວ ໃນສະພາບການທີ່ຫຼາຍປະເທດສັງຄົມນິຍົມ ຕົກຢູ່ໃນ ພາວະວິກິດ.  

ພາຍຫຼັງ 40 ປີ, ຫວຽດນາມ ໄດ້ຫັນປ່ຽນໂສມໜ້າຢ່າງແຂງແຮງ. ພື້ນ ຖານໂຄງລ່າງຄົມມະນາຄົມ ພັດທະນາຢ່າງວ່ອງໄວ; ບັນດາ ເສັ້ນທາງດ່ວນ ໄດ້ຊ່ວຍຫຍໍ້ ໄລຍະທາງ ລະຫວ່າງທ້ອງຖິ່ນຕ່າງໆ; ຫຼາຍຕົວເມືອງ ທີ່ທັນສະໄໝ ໄດ້ກໍ່ຕົວຂຶ້ນ. ທ່ານເອກອັກຄະລັດຖະທູດ Saadi Salama ເລົ່າວ່າ: “ໃນຕົ້ນຊຸມປີ 1980, ຈາກ ຮ່າໂນ້ຍ ໄປ ກວາງນິງ ເພື່ອຢ້ຽມຢາມ ອ່າວ ຮ້າລອງ  ຕ້ອງໃຊ້ເວລາປະມານ 5 ຊົ່ວໂມງ; ແຕ່ປັດຈຸບັນ ຂ້າພະເຈົ້າ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 30 ນາທີ ເທົ່ານັ້ນ”.  

ສິ່ງທີ່ເຮັດໃຫ້ທ່ານຮູ້ສຶກຊື່ນຊົມແມ່ນ ໃນຂະບວນວິວັດແຫ່ງການ ພັດ ທະນາ, ຫວຽດນາມ ຍັງຄົງຮັກສາສີສັນເອກະລັກ ໄວ້ໄດ້. ຮ່າໂນ້ຍ ທີ່ມີ 36 ຄຸ້ມຖະໜົນ ຍັງຄົງໄດ້ຮັບການອະນຸລັກຮັກສາ ຄືດັ່ງ ຂົງເຂດ ວັດ ທະນະທຳ ທີ່ເປັນເອກະລັກ ຢູ່ທ່າມກາງຕົວເມືອງ ທີ່ທັນສະໄໝ.

ທ່ານ ເອກອັກຄະລັດຖະທູດ ປາເລັດສະຕິນ Saadi Salama ເຂົ້າຮ່ວມບັນດາການເຄື່ອນໄຫວທາງສັງຄົມ ຢູ່ ຫວຽດນາມ ຢ່າງເປັນປະຈຳ. ພາບ: ບິກເວິນ/VNP
ທ່ານ Saadi Salama ເອກອັກຄະລັດຖະທູດ ປາເລັດສະຕິນ Saadi Salama ສຳຜັດກັບວັດທະນະທຳ ອາຫານ ຢູ່ ຮ່າໂນ້ຍ. ພາບ: ບິກເວິນ/VNP

ໃນທັດສະນະ ຂອງ ຜູ້ທີ່ຜູກພັນ ມາເປັນເວລາສີ່ທົດສະວັດ, ທ່ານຖືວ່າ ກຳລັງດັນ ທີ່ໃຫຍ່ທີ່ສຸດ ຂອງ ຫວຽດນາມ ແມ່ນຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊິ່ງໄດ້ຮັບການຫຼໍ່ຫຼອມ ມາຈາກ ປະຫວັດສາດ ແຫ່ງການຕໍ່ສູ້ ແລະ ຄວາມມຸ່ງຫວັງ ແຫ່ງການບຸກບືນ ກ້າວຂຶ້ນ.  

ກ້າວເຂົ້າສູ່ຍຸກແຫ່ງສັນຕິພາບ, ຫວຽດນາມ ຍັງຄົງສືບຕໍ່ຜະເຊີນກັບ ສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ໄພທຳມະຊາດ, ການປ່ຽນແປງ ຂອງ ດິນຟ້າອາກາດ ແລະ ໂລກລະບາດ. ຕາມທ່ານແລ້ວ, ການລະບາດ ໂຄວິດ - 19 ແມ່ນຫຼັກຖານ ໃຫ້ເຫັນເຖິງ ຄວາມອົດທົນໜັກແໜ້ນ ແລະ ຄວາມສາມາດໃນການປັບຕົວ ຂອງ ຄົນ ຫວຽດນາມ.  

ໃນຍຸກໂລກາພິວັດ, ຫວຽດນາມ ໄດ້ເປັນເຈົ້າການເປີດປະຕູ, ເຊື່ອມໂຍງ ເຂົ້າກັບສາກົນ ຢ່າງເລິກເຊິ່ງ, ເຂົ້າຮ່ວມຕ່ອງໂສ້ມູນຄ່າ ທົ່ວໂລກ, ດຶງດູດການລົງທຶນ ຈາກຕ່າງປະເທດ ແລະ ສ້າງສາພື້ນຖານ ເສດຖະກິດ ທີ່ຫຼາກຫຼາຍ. ການປັບປຸງ ບັນດາຄາດໝາຍ ການພັດທະນາ ໄດ້ສະແດງ ໃຫ້ເຫັນເຖິງແນວຄິດທີ່ຍືດຫຍຸ່ນ ໃນການ ຮັບມືຕໍ່ຄວາມຜັນແປ ຂອງ ເສດຖະກິດໂລກ.  

ຕາມທ່ານແລ້ວ, ຫວຽດນາມ ໄດ້ສົ່ງສານທີ່ຈະແຈ້ງເຖິງຊາວໂລກວ່າ: ມີແຕ່ສັນຕິພາບເທົ່ານັ້ນ ຈຶ່ງຈະສ້າງພື້ນຖານ ໃຫ້ແກ່ ການພັດທະນາ ແບບຍືນຍົງ ແລະ ສະຫວັດດີການສັງຄົມ. ເພື່ອນມິດສາກົນຫຼາຍທ່ານ ເຄີຍຖາມວ່າ ເປັນຫຍັງ ຫວຽດນາມ ຈຶ່ງສາມາດ ກາຍມາເປັນ ເພື່ອນມິດ ກັບບັນດາປະເທດ ທີ່ເຄີຍເປັນ ຄູ່ອະລິໃນອະດີດ, ທ່ານຖືວ່າ ນັ້ນແມ່ນ ຍ້ອນທາດແທ້ແຫ່ງຄວາມເມດຕາ, ຄວາມໃຫ້ອະໄພ ແລະ ຮັກແຂກແພງຄົນ ຂອງ ຄົນ ຫວຽດນາມ.

- ທ່ານ Saadi Salama (ເກີດເມື່ອປີ 1961, ທີ່ Hebron, ປາເລັດສະ ຕິນ) ເດີນທາງມາ ຫວຽດນາມ ໃນປີ 1980, ສຶກສາຢູ່ ມະຫາວິທະຍາ ໄລ ສັງລວມ ຮ່າໂນ້ຍ.

- ນັບແຕ່ປີ 2009, ທ່ານ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳ ນາດເຕັມ ແຫ່ງລັດ ປາເລັດສະຕິນ ປະຈຳ ຫວຽດນາມ; ນັບແຕ່ປີ 2019 ດຳລົງຕຳແໜ່ງເປັນ ຫົວໜ້າຄະນະທູຕານຸທູດ ປະຈຳ ຫວຽດ ນາມ.

- ຜູກພັນກັບ ຫວຽດນາມ ມາເປັນເວລາ ສີ່ທົດສະວັດ, ນຳໃຊ້ພາສາ ຫວຽດນາມ ໄດ້ຢ່າງຄ່ອງແຄ່ວ, ທ່ານໄດ້ຮັບນາມມະຍົດ “ພົນລະເມືອງ ດີເດັ່ນ ຂອງ ນະຄອນຫຼວງ ຮ່າໂນ້ຍ” ແລະ ໄດ້ແປ, ກວດແກ້ ບາງຜົນ ງານ ຈາກພາສາ ຫວຽດນາມ ເປັນພາສາ ອາຣັບ, ໃນນັ້ນມີປຶ້ມ: “ດ້ຽນບຽນຝູ - 5 ສິ່ງມະຫັດສະຈັນ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດສົງຄາມ”.

 

ທ່ານ Saadi Salama ເອກອັກຄະລັດຖະທູດປາເລັດສະຕິນ ມອບປຶ້ມ “ເລື່ອງລາວ ຫວຽດນາມ ຂອງຂ້ອຍ” ໃຫ້ແກ່ຜູ້ອ່ານ. ພາບ: ບິກເວິນ/VNP
ທ່ານ ເອກອັກຄະລັດຖະທູດ ປາເລັດສະຕິນ Saadi Salama ໃນງານ “ບຸນເຕັດ ແມ່ນຄວາມສຸກ” 2026. ພາບ: ບິກເວິນ/VNP

ຜູ້ນຳ Yasser Arafat (1929 – 2004) ເຄີຍມາຢ້ຽມຢາມ ຫວຽດນາມ ຫຼາຍຄັ້ງ ແລະ ຖືວ່າ ຫວຽດນາມ ແມ່ນບ້ານເກີດແຫ່ງທີສອງ. ຄວາມຮູ້ສຶກດັ່ງກ່າວ ແມ່ນສັນຍະລັກ ໃຫ້ແກ່ສາຍພົວພັນ ມິດຕະພາບ ພິເສດ ລະຫວ່າງ ສອງຊາດ.  

ເບິິ່ງຄືນການເດີນທາງແຫ່ງການຜູກພັນກັບ ຫວຽດນາມ ເກືອບເຄິ່ງ ສະຕະວັດ, ທ່ານ ເອກອັກຄະລັດຖະທູດ Saadi Salama ໃຫ້ວ່າ, ການເລືອກມາ ຫວຽດນາມ ໃນປີ 1980 ບໍ່ພຽງແຕ່ແມ່ນການຕັດສິນໃຈ ສຶກສາຮ່ຳຮຽນເທົ່ານັ້ນ, ແຕ່ແມ່ນການເລືອກທີ່ຈະຜູກພັນໄປ ຕະຫຼອດຊີວິດອີກດ້ວຍ.

                               ປະຕິບັດໂດຍ: ບິກເວິນ - ແປໂດຍ: ບິກລຽນ


top