ຂ່າວສານ

ຫວຽດນາມ ແລະ ໝູ່ເກາະ Cook ສ້າງຕັ້ງການພົວພັນທາງການທູດ

2 ຝ່າຍໄດ້ສ້າງຕັ້ງການພົວພັນທາງການທູດຂັ້ນເອກອັກຄະລັດຖະທູດຢ່າງເປັນທາງການ ນັບແຕ່ວັນລົງນາມໃນແຈ້ງການຮ່ວມ ແລະ ນຳໃຊ້ສົນທິສັນຍາ ວຽນ ປີ 1961 ກ່ຽວກັບການພົວພັນທາງການທູດໃນການພົວພັນ 2 ຝ່າຍ.
  ຫວຽດນາມ ແລະ ໝູ່ເກາະ Cook ລົງນາມໃນແຈ້ງການຮ່ວມສ້າງຕັ້ງການພົວພັນທາງການທູດ (ພາບ: baoquocte.vn)  

 ວັນທີ 26 ເມສາ, ຢູ່ນະຄອນຫຼວງ Wellington ຂອງ ນິວຊີແລນ, ໂດຍຕາງໜ້າລັດຖະບານ ຫວຽດນາມ, ທ່ານ ຫງວຽນວັນຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ແລະ ທ່ານນາງ Elizabeth Wright – Koteka, ຂະຫຼວງໃຫຍ່ໝູ່ເກາະ Cook ປະຈຳ ນິວຊີແລນ, ຕາງໜ້າໃຫ້ລັດຖະບານໝູ່ເກາ Cook, ລົງນາມໃນແຈ້ງການຮ່ວມສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໝູ່ເກາະ Cook.

2 ຝ່າຍໄດ້ສ້າງຕັ້ງການພົວພັນທາງການທູດຂັ້ນເອກອັກຄະລັດຖະທູດຢ່າງເປັນທາງການ ນັບແຕ່ວັນລົງນາມໃນແຈ້ງການຮ່ວມ ແລະ ນຳໃຊ້ສົນທິສັນຍາ ວຽນ ປີ 1961 ກ່ຽວກັບການພົວພັນທາງການທູດ ໃນການພົວພັນ 2 ຝ່າຍ. ພາຍຫຼັງພິທີລົງນາມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ພັດທະນານ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.


top