ຂ່າວສານ

ຫວຽດນາມ ແລະ ໄທ - ຄູ່ແຂ່ງຂອງ ອິນໂດເນເຊຍ ກ່ຽວກັບການດຶງດູດ FDI

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫລວງ Jakarta ໃນວັນທີ 02/05, ທ່ານຮອງປະທານາທິບໍດີ ອິນໂດເນເຊຍ Jusuf Kalla ເນັ້ນໜັກວ່າ

 (ພາບປະກອບ)
      ໃນສະພາວະເສດຖະກິດທົ່ວໂລກຖືກຢຸດສະງັກ, ຫວຽດນາມ ແລະ ໄທ ໄດ້ກາຍເປັນຄູ່ແຂ່ງຂັນຂອງ ອິນໂດເນເຊຍ ໃນການດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນຕາຕະລາງຈັດອັນດັບກ່ຽວກັບລະດັບຄວາມສະດວກໃນການດຳເນີນທຸລະກິດ ໂດຍທະນາຄານໂລກ (WB) ຫາກໍ່ປະກາດ, ອິນໂດເນເຊຍ ຖືກຈັດອັນດັບທີ 91, ໃນຂະນະທີ່ ຫວຽດນາມ ຢືນອັນດັບ 82 ແລະ ໄທ ຢືນອັນດັບ 46. ສິງກະໂປ ຖືກຈັດອັນດັບທີ 1 ໃນຈຳນວນບັນດາປະເທດສະມາຊິກຂອງ ອາຊຽນ ເວົ້າສະເພາະ ແລະ ຢູ່ທັງພາກພື້ນ ອາຊີ - ປາຊີຟິກ ເວົ້າລວມ.
 (ແຫຼ່ງຄັດຈາກ VOV)


top