ເສດຖະກິດ

ຫວຽດນາມ ແລະ ໂຮນລັງ ຮ່ວມມືກັນຊອກຫາທາງອອກໃຫ້ແກ່ບັນຫາການແຊກຊຶມຂອງນ້ຳເຄັມ ຢູ່ເຂດທົ່ງພຽງແມ່ນ້ຳຂອງ

ໃນວັນທີ 21 ມັງກອນ 2026, ສະຖານທູດ ແຫ່ງຣາຊະອານາຈັກ ໂຮນລັງ ໄດ້ສົມທົບກັບ ມະຫາວິທະຍາໄລ ເກີ່ນເທີ ຈັດເວທີປາໄສພາຍໃຕ້ຫົວຂໍ້: “ດິນເຄັມ, ຮ່ວມແຮງຮ່ວມໃຈຊອກຫາທາງອອກ: ຫວຽດນາມ ແລະ ໂຮນລັງ ຮ່ວມມືກັນໃນບັນຫາການແຊກຊຶມຂອງນ້ຳເຄັມ ໃນຂະແໜງການປູກຝັງ ຢູ່ເຂດທົ່ງພຽງແມ່ນ້ຳຂອງ”.
ບັນດາຜູ້ແທນສົນທະນາ ກ່ຽວກັບການປະດິດສ້າງໃໝ່ ເພື່ອພັດທະນາຂະແໜງການປູກຝັງ ຂອງເຂດທົ່ງພຽງແມ່ນ້ຳຂອງ. ພາບ: ທູຮ່ຽນ – VNA
ທ່ານ ປອ. ເລວັນເລີມ, ຮອງອະທິການບໍດີ ມະຫາວິທະຍາໄລ ເກີ່ນເທີ, ກ່າວປາໄສໃນເວທີປາໄສ. ພາບ: ທູຮ່ຽນ – VNA

ເວທີປາໄສຄັ້ງນີ້ຖືກຈັດຂຶ້ນໃນສະພາບການທີ່ການແຊກຊຶມຂອງນ້ຳເຄັມຢູ່ເຂດທົ່ງພຽງແມ່ນ້ຳຂອງ, ໂດຍສະເພາະແມ່ນຢູ່ ນະຄອນ ເກີ່ນເທີ ແຫ່ງໃໝ່, ພວມມີການຜັນແປຢ່າງສັບສົນ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງຊາວນາຫຼາຍລ້ານຄົນ. ໃນໂອກາດນີ້, ບັນດານັກຊ່ຽວຊານຈາກ ໂຮນລັງ ໄດ້ນຳສະເໜີບັນດາທາງອອກດ້ານເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ລະບົບການຄຸ້ມຄອງນ້ຳແບບອັດສະລິຍະ, ເຕັກນິກການປູກຝັງທີ່ປັບຕົວເຂົ້າກັບສະພາບແວດລ້ອມ ແລະ ແນວພັນພືດທີ່ທົນທານຕໍ່ຄວາມເຄັມທີ່ມີສະມັດຖະພາບສູງ. ນີ້ແມ່ນບັນດາບົດຮຽນອັນລ້ຳຄ່າທີ່ຖອດຖອນມາຈາກປະເທດທີ່ມີພູມສັນຖານ ແລະ ເງື່ອນໄຂທຳມະຊາດຄ້າຍຄືກັນກັບພາກຕາເວັນຕົກຂອງ ຫວຽດນາມ.

ທ່ານນາງ Raïssa Marteaux, ກົງສຸນໃຫຍ່ ແຫ່ງຣາຊະອານາຈັກ ໂຮນລັງ ປະຈຳ ນະຄອນ ໂຮ່ຈີມິນ, ໃຫ້ຄຳໝັ້ນສັນຍາວ່າ ໂຮນລັງ ຈະແບ່ງປັນຄວາມຮູ້, ເຕັກໂນໂລຊີ ແລະ ຮ່ວມມືເພື່ອຜົນປະໂຫຍດລວມທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຢູ່ ຫວຽດນາມ. ພາບ: ທູຮ່ຽນ – VNA
ທ່ານ Vinod Ahuja, ຜູ້ຕາງໜ້າອົງການ FAO ປະຈຳ ຫວຽດນາມ, ແບ່ງປັນກ່ຽວກັບສິ່ງທ້າທາຍທີ່ເຂດທົ່ງພຽງແມ່ນ້ຳຂອງພວມປະເຊີນໜ້າ ໃນການເຮັດກະສິກຳ. ພາບ: ທູຮ່ຽນ – VNA
ທ່ານ Vinod Ahuja, ຜູ້ຕາງໜ້າອົງການ FAO ປະຈຳ ຫວຽດນາມ, ແບ່ງປັນກ່ຽວກັບສິ່ງທ້າທາຍທີ່ເຂດທົ່ງພຽງແມ່ນ້ຳຂອງພວມປະເຊີນໜ້າ ໃນການເຮັດກະສິກຳ. ພາບ: ທູຮ່ຽນ – VNA

ຜ່ານເວທີປາໄສ, ມະຫາວິທະຍາໄລ ເກີ່ນເທີ ແລະ ບັນດາຄູ່ຮ່ວມມື ໂຮນລັງ ມີຄວາມຫວັງທີ່ຈະສ້າງເຄືອຂ່າຍການເຊື່ອມຕໍ່ ລະຫວ່າງ ນັກວິທະຍາສາດ, ວິສາຫະກິດ ແລະ ຊາວນາ. ການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການຖ່າຍທອດເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງເປົ້າໝາຍການສ້າງກະສິກຳສີຂຽວ, ຍືນຍົງ ແລະ ມີຄວາມສາມາດຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດທີ່ຮຸນແຮງ. ນີ້ແມ່ນ “ທາງອອກ” ທີ່ສຳຄັນເພື່ອເຮັດໃຫ້ດິນເຄັມບໍ່ເປັນອຸປະສັກອີກຕໍ່ໄປ, ແຕ່ຈະກາຍເປັນໂອກາດໃຫ້ແກ່ການພັດທະນາຜະລິດຕະພັນກະສິກຳຂອງ ຫວຽດນາມ ໃນຕະຫຼາດສາກົນ.


top