ຂ່າວສານ

ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ

      ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ເລື່ອງຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື 2 ຝ່າຍ, ພ້ອມແລ້ວທີ່ຈະແບ່ງປັນກັບ ເວເນຊູເອລາ ບັນດາບົດຮຽນກ່ຽວກັບການກໍ່ສ້າງ ແລະ ພັດທະນາປະເທດຊາດ.

ທ່ານຮອງລັດຖະມົນຕີກະຊວງເສດຖະກິດ, ການເງິນ ແລະ ການຄ້າຕ່າງປະເທດ ເວເນຊູເອລາ Guillermo Lara. ພາບ: eluniversal.com.mx
      ວັນທີ 25 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດຕັ້ງກອງປະຊຸມສຳມະນາຕາມຮູບການທາງອອນລາຍ ດ້ວຍຫົວຂໍ້ວ່າ “ສົ່ງເສີມການຄ້າ, ການລົງທຶນ, ໂຄສະນາວັດທະນະທຳ-ການທ່ອງທ່ຽວ ຫວຽດນາມ - ເວເນຊູເອລາ” ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ ແລະ ບັນດາວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາ ກ່ວາ 50 ຄົນ.
            ກອງປະຊຸມສຳມະນາແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ 2 ຝ່າຍ, ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງ ຫວຽດນາມ; ແນະນຳກ່ຽວກັບສະພາບການເສດຖະກິດ, ສັງຄົງຂອງ ເວເນຊູເອລາ, ບັນດານະໂຍບາຍການລົງທຶນ, ນິຕິກຳ ແລະ ບຸລິມະສິດຂອງ ເວເນຊູເອລາ, ບັນດາກາລະໂອກາດາສຳລັບວິສາຫະກິດ ຫວຽດນາມ ເມື່ອເຂົ້າຮ່ວມຕະຫລາດ ເວເນຊູເອລາ.
            ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຢືນຢັນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ເລື່ອງຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື 2 ຝ່າຍ, ພ້ອມແລ້ວທີ່ຈະແບ່ງປັນກັບ ເວເນຊູເອລາ ບັນດາບົດຮຽນກ່ຽວກັບການກໍ່ສ້າງ ແລະ ພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)

top