ຂ່າວສານ

ຫວຽດນາມ ແລະ ເຢຍລະມັນ ຈັດກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ

ຝ່າຍ ເຢຍລະມັນ ປາດຖະໜາຢາກເຂົ້າຮ່ວມບັນດາໂຄງການລົງທຶນຢູ່ ຫວຽດນາມ ໃນຂົງເຂດພະລັງງານ, ສາທາລະນະສຸກ ແລະ ຫັນເປັນດີຈີຕອນ ຜ່ານການແລກປ່ຽນບົດຮຽນ ແລະ ຖ່າຍທອດເຕັກໂນໂລຊີ.
  ກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ ຫວຽດນາມ - ເຢຍລະມັນ  

ກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ ຫວຽດນາມ - ເຢຍລະມັນ ຈັດຂຶ້ນໃນວັນທີ 23 ກຸມພາ, ຢູ່ສຳນັກງານກະຊວງເສດຖະກິດ ແລະ ປົກປ້ອງອາກາດສະຫະພັນ ເຢຍລະມັນ (BMWK) ຢູ່ ແບັກແລງ, ພາຍໃຕ້ການເປັນປະທານຂອງທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຟານທິທັງ ແລະ ທ່ານລັດຖະມົນຕີຮັບຜິດຊອບ BMWK, Udo Philipp.

ກ່ຽວກັບການພົວພັນດ້ານເສດຖະກິດ 2 ຝ່າຍ, ຝ່າຍ ເຢຍລະມັນ ປາດຖະໜາຢາກເຂົ້າຮ່ວມບັນດາໂຄງການລົງທຶນຢູ່ ຫວຽດນາມ ໃນຂົງເຂດພະລັງງານ, ສາທາລະນະສຸກ ແລະ ຫັນເປັນດີຈີຕອນ ຜ່ານການແລກປ່ຽນບົດຮຽນ ແລະ ຖ່າຍທອດເຕັກໂນໂລຊີ. ກ່ຽວກັບການຮ່ວມມືດ້ານການຄ້າ, 2 ຝ່າຍໄດ້ສຸມໃສ່ແລກປ່ຽນບັນດາມາດຕະການແກ້ໄຂເພື່ອຫັນລະບຽບການບໍລິຫານເປັນງ່າຍດາຍ ແລະ ແກ້ໄຂຮົ້ວກີດຂວາງດ້ານການຄ້າປອດພາສີ. ຫວຽດນາມ ສະເໜີໃຫ້ ເຢຍລະມັນ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ (EVIPA), ສົ່ງເສີມໃຫ້ວິສາຫະກິດ ເຢຍລະມັນ ລົງທຶນເຂົ້າ ຫວຽດນາມ ແລະ ສ້າງເງື່ອນໄຂສະດວກໃຫ້ການສົ່ງອອກຜະລິດຕະພັນກະເສດ ແລະ ສິນໃນນ້ຳຂອງ ຫວຽດນາມ ເຂົ້າຕະຫຼາດ ເຢຍລະມັນ.

 


top