ຂ່າວສານ

ຫວຽດນາມ ແລະ ເຂດ Wallonie –Bruxelles ຂອງປະເທດ ແບນຊິກລົງນາມໃນ 25 ໂຄງການຮ່ວມມື

ໃນຂອບເຂດວາລະປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມອົງການຕາງໜ້າ ຫວຽດນາມ ແລະ ເຂດ Wallonie – Bruxelles ຂອງ ແບນຊິກ

ການເຮັດວຽກລະຫວ່າງ 2 ຝ່າຍ 
ວັນທີ 21 ພະຈິກ, ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ໃນຂອບເຂດວາລະປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມອົງການຕາງໜ້າ ຫວຽດນາມ ແລະ ເຂດ Wallonie – Bruxelles ຂອງ ແບນຊິກ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືໄລຍະ 2019 – 2021, ດ້ວຍ 25 ໂຄງການ. ຜ່ານການລົງນາມຄັ້ງນີ້, ຫວຽດນາມ ແລະ ເຂດ Wallonie – Bruxelles ໄດ້ເອົາໃຈໃສ່ຮ່ວມມືກ່ຽວກັບທາງດ້ານສັງຄົມ, ພິເສດແມ່ນບັນດາຂົງເຂດກ່ຽວກັບຊີວິດສັງຄົມ, ວັດທະນະທຳ ແລະ ການຄົ້ນຄ້ວາໝູນໃຊ້, ກໍ່ຄືເອົາໃຈໃສ່ພັດທະນາອຸດສາຫະກຳ. ສອງຝ່າຍຈະຍູ້ແຮງການພົວພັນຮ່ວມມືໃນບາງຂະແໜງກະສິກຳ, ຄົມມະນາຄົມຂົນສົ່ງ, ສິ່ງແວດລ້ອມ, ອຸດສາຫະກຳ 4.0, ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ພາສາ ຝລັ່ງ.
(ແຫຼ່ງຄັດຈາກ VOV)

top