ຂ່າວສານ

ຫວຽດນາມ ແລະ ອົດສະຕາລີມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ - ການລົງທຶນ - ການສຶກສາ

ຫວ່າງແລ້ວນີ້, ມະຫາວິທະຍາໄລ RMIT ໄດ້ສົມທົບກັບກະຊວງການຕ່າງປະເທດ ອົດສະຕຣາລີ ຢູ່ Victoria ຈັດຕັ້ງພິທີ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດ ຫວຽດນາມ ແລະ ອົດສະຕາລີ ຢູ່ Melbourne.
  ທ່ານລັດຖະມົນຕີຮັບຜິດຊອບກະຊວງການຄ້າ ອົດສະຕາລີ Tim Ayers (ຢືນຢູ່ທີ 4 ນັບຈາກຊ້າຍ) ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທ່ງ (ຢືນຢູ່ທີ 4 ນັບຈາກຂວາ)  

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີຮັບຜິດຊອບກະຊວງການຄ້າ ອົດສະຕາລີ Tim Ayers ຢືນຢັນວ່າ: ຜ່ານ 5 ທົດສະວັດຜ່ານມາ, ການພົວພັນລະຫວ່າງ ອົດສະຕາລີ - ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງ, ໃນນັ້ນພົ້ນເດັ່ນຂຶ້ນ ແມ່ນການພັດທະນາຢ່າງບແຂງແຮງຂອງການພົວພັນດ້ານການຄ້າໃນໄລຍະມໍ່ໆມານີ້.  ບໍ່ພຽງແຕ່ ເທົ່ານັ້ນ, ຜົນສຳເລັດຂອງ RMIT ກໍ່ຄືບັນດາສະຖາບັນການສຶກສາອື່ນໆ ຂອງ ອົດສະຕາລີ ຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ  ສອງປະເທດຍັງມີຄວາມສາມາດບົ່ມຊ້ອນ ຫຼາຍຢ່າງໃນຂົງເຂດລົງທຶນ ແລະ ການສຶກສາ. ອົດສະຕາລີ ແລະ ຫວຽດນາມ ມີຫຼາຍຈຸດທີ່ເປັນເອກະພາບກັນຄື: ໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບ, ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ, ອຳນາດການປົກຄອງ ອົດສະຕາລີ ຖືການພົວພັນກັບ ອາຊຽນ ແມ່ນຈຸດສຸມໃນນະໂຍບາຍການຕ່າງປະເທດ, ໃນນັ້ນ ອົດສະຕາລີ ພະຍາຍາມຊຸກຍູ້ກາລະໂອກາດການຮ່ວມມືດ້ານເສດຖະກິດກັບພາກພື້ນ.

         ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທ່ງ ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກກາຍເປັນຄູ່ຮ່ວມມືທີ່ດີກວ່າຂອງ ອົດສະຕາລີ ແລະ ເຊື່ອໝັ້ນວ່າ ອົດສະຕາລີ ກໍ່ມີຄວາມປາຖະໜາຄ້າຍຄືກັນ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ 2 ປະເທດຈະປະກອບສ່ວນຫຼາຍກວ່າອີກເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ.

 


top