ຂ່າວສານ

ຫວຽດນາມ ແລະ ອົດສະຕາລີ ເພີ່ມທະວີການຮ່ວມມືດ້ານເສດຖະກິດ

ທີ່ກອງປະຊຸມ, 2 ຝ່າຍໄດ້ຍົກອອກມາດຕະການເພື່ອຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດຢ່າງແຮງ.
  ກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ (ພາບ: MPI)  

ຕອນເຊົ້າວັນທີ 17 ເມສາ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຄັ້ງທີ 3. ກອງປະຊຸມໂດຍທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ແລະ ທ່ານລັດຖະມົນຕີກະຊວງການຄ້າ ແລະ ທ່ອງທ່ຽວ ອົດສະຕາລີ Don Farrell ເປັນປະທານຮ່ວມ.

ທີ່ກອງປະຊຸມ, 2 ຝ່າຍໄດ້ຍົກອອກມາດຕະການເພື່ອຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດຢ່າງແຮງ. ພ້ອມທັງ, ຮັບຟັງຄຳເຫັນ, ຂໍ້ສະເໜີແນະຂອງວິສາຫະກິດນຳໜ້າຂອງ ຫວຽດນາມ ແລະ ອົດສະຕາລີ ເພື່ອຊຸກຍູ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ພັດທະນາແບບຍືນຍົງ. ທ່ານລັດຖະມົນຕີ ຫງວຽນຈີຢຸງ, ເນັ້ນໜັກວ່າ:

 “ພາຍຫຼັງໄລຍະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ພວມຢູ່ໃນທ່າພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ. ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນປຶກສາຫາລື, ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການຕ້ອງໄດ້ຮັບການຍູ້ແຮງ ແລະ ປະຕິບັດໃນໄລຍະຈະມາເຖິງ, ເພື່ອບັນລຸບັນດາເປົ້າໝາຍທີ່ໄດ້ຍົກອອກມາໃນຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາແບບຍືນຍົງ”.

 ປີ 2022, ຂອບຂະໜາດການຄ້າລະຫວ່າງ 2 ປະເທດ ຫວຽດນາມ ແລະ ອົດສະຕາລີ ບັນລຸ 15,7 ຕື້ USD, ເພີ່ມຂຶ້ນ 26,9% ເມື່ອທຽບໃສ່ກ່ອນນັ້ນ. ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ອົດສະຕາລີ ບັນລຸ 6,5 ຕື້ USD.

 


top