ຂ່າວສານ

ຫວຽດນາມ ແລະ ອິນໂດເນເຊຍ ຊຸກຍູ້ການຮ່ວມມືໃນຂົງເຂດທະເລ ແລະ ອາຊີບການປະມົງ

ວັນທີ 17 ມັງກອນ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ. ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ.

ຫວຽດນາມ ແລະ ອິນໂດເນເຊຍ ຊຸກຍູ້ການຮ່ວມມືໃນຂົງເຂດທະເລ ແລະ ອາຊີບການປະມົງ (ພາບ: TTXVN)

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການເຊັນບົດບັນທຶກການຮ່ວມມືລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງທະເລ ແລະ ການປະມົງ ອິນໂດເນເຊຍ ໂດຍໄວກ່ຽວກັບໂຄງການຮ່ວມມືໃນ 5 ປີຈະມາເຖິງ, ກໍ່ຄືບັນດາການເຄື່ອນໄຫວຮ່ວມມືລະອຽດຄືເພີ່ມທະວີການແລກປ່ຽນຄະນະຜູ້ແທນ.

        2 ຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສ້າງຕັ້ງໂທລະສັບສາຍດ່ວນ, ແກ້ໄຂບັນດາບັນຫາຢ່າງເຂັ້ມງວດ ແນໃສ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດພັດທະນາໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top