ຂ່າວສານ

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ

(VOVWORLD) -ຕອນບ່າຍວັນທີ 8 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 7 – 10 ມິຖຸນາ.
  ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ  

 ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນນະໂຍບາຍກະທຳມຸ່ງໄປສູ່ທິດຕາເວັນອອກຂອງລັດຖະບານ ອິນເດຍ ແລະ ສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອິນເດຍ - ອາຊຽນ. ທ່ານປະທານປະເທດ ເນັ້ນໜັກວ່າ: ການຮ່ວມມືດ້ານປ້ອງກັນປະເທດ ໄດ້ຮັບຖືວ່າ ແມ່ນເສົາຄ້ຳແຫ່ງການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ; ພ້ອມກັນນັ້ນ, ກໍສະແດງຄວາມຂອບໃຈລັດຖະບານ ແລະ ກະຊວງປ້ອງກັນປະເທດ ອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນສຳຄັນຂອງຫວຽດນາມ, ຊ່ວຍປັບປຸງທ່າແຮງດ້ານປ້ອງກັນປະເທດຂອງຫວຽດນາມ. ທ່ານປະທານປະເທດ ປາດຖະໜາວ່າ ສອງກະຊວງປ້ອງກັນປະເທດ 2 ປະເທດເພີ່ມທະວີການປຶກສາຫາລືນຳກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາບັນຫາພາກພື້ນ, ຕັ້ງໜ້າໜູນຊ່ວຍ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍໂດຍແຕ່ລະຝ່າຍຈັດຕັ້ງ, ພິເສດແມ່ນບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM+). ແລະການເຄື່ອນໄຫວລະຫວ່າງອາຊຽນ ແລະ ອິນເດຍ.

ສ່ວນທ່ານລັດຖະມົນຕີ Rajnath Singh ເນັ້ນໜັກວ່າ: ການຮ່ວມມືດ້ານປ້ອງກັນຊາດແມ່ນຂົງເຂດສຳຄັນທີ່ສຸດຂອງນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ, ສະນັ້ນ, ອິນເດຍ ປາດຖະໜາຢາກເພີ່ມທະວີ ການຮ່ວມມື ກັບ ຫວຽດນາມ ໃນບັນຫານີ້.


top