ຂ່າວສານ

ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຄວາມໝັ້ນຄົງ

ທ່ານພົນເອກ ໂຕເລິມ ແລະ ທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ Ajit Kumar Doval ໃຫ້ຄຳໝັ້ນສັນຍາຕໍ່ເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃຫ້ນັບມື້ນັບເລິກເຊິ່ງກວ່າອີກ
  ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ Ajit Kumar Doval (ພາບ: bocongan.gov.vn)  

ໃນລະຫວ່າງວັນທີ 09-10 ເມສາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ໄປຢ້ຽມຢາມ ອິນເດຍ ຕາມຄຳເຊື້ອເຊີນຂອງທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ Ajit Kumar Doval. ວັນທີ 10 ເມສາ, ທີ່ການພົບປະ 2 ຝ່າຍຢູ່ ນິວເດລີ, ທ່ານພົນເອກ ໂຕເລິມ ແລະ ທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ Ajit Kumar Doval ໃຫ້ຄຳໝັ້ນສັນຍາຕໍ່ເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃຫ້ນັບມື້ນັບເລິກເຊິ່ງກວ່າອີກ, ພິເສດແມ່ນໃນບັນດາບັນຫາຍຸດທະສາດຄືຄວາມໝັ້ນຄົງ, ການປ້ອງກັນຄວາມສະຫງົບ, ຜ່ານນັ້ນ ກໍ່ປະກອບສ່ວນຮັກສາສັນຕິພາບ, ຄວາມວັດທະນາຖາວອນ ແລະ ສະຖຽນລະພາບຂອງ 2 ປະເທດ, ຢູ່ພາກພື້ນ ແລະ ໃນໂລກ.

ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, 2 ຝ່າຍຢືນຢັນຄືນໃໝ່ເລື່ອງຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ບໍ່ນາບຂູ່ ຫຼື ນຳໃຊ້ອາວຸດ, ບໍ່ປ່ຽນແປງສະພາບການຕົວຈິງພຽງລຳພັງຝ່າຍດຽວ.


top