ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບ 17 ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ດ້ວຍ 58 ເນື້ອໃນຮ່ວມມືລະອຽດໃນໄລຍະ 2025 – 2027.
ທີ່ກອງປະຊຸມ (ພາບ: moit.gov.vn)
ກອງປະຊຸມຄັ້ງທີ 3 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອາແຊັກໄບຊານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ຈັດຂຶ້ນໃນວັນທີ 17 ກໍລະກົດ, ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງພະລັງງານ ອາແຊັກໄບຊານ Parviz Shahbazov.
ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບ 17 ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ດ້ວຍ 58 ເນື້ອໃນຮ່ວມມືລະອຽດໃນໄລຍະ 2025 – 2027. ໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດນ້ຳມັນອາຍແກັດ, ຖືນີ້ແມ່ນທິດບຸລິມະສິດມີລັກສະນະຍຸດທະສາດຢ່າງຍາວນານລະຫວ່າງ 2 ປະເທດ; ຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານພະລັງງານລະຫວ່າງ 2 ກະຊວງໃຫ້ມີປະສິດທິຜົນ. ດ້ານອື່ນ, 2 ຝ່າຍກໍ່ຕັ້ງໜ້າຄົ້ນຄວ້າ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ຄື: ພະລັງງານຜະລິດຄືນໃໝ່, ການຫັນປ່ຽນພະລັງງານ, ຂົງເຂດເຕັກໂນໂລຊີສູງ ເພື່ອແນໃສ່ສ້າງພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ສີຂຽວ, ສະອາດ ແລະ ພັດທະນາແບບຍືນຍົງ.