ຂ່າວສານ

ຫວຽດນາມ ແລະ ອາເມລິກາ ເຊັນຂໍ້ຕົກລົງມອບ-ຮັບດິນກ່ວາ 13 ແຮັກຕາ ທີ່ໄດ້ເກັບກູ້ລະເບີດບໍ່ທັນແຕກ ແລະ ລ້າງພິດ

ພິທີລົງນາມໃນຂໍ້ຕົກລົງມອບ-ຮັບດິນທີ່ໄດ້ເກັບກູ້ລະເບີດ ບໍ່ທັນແຕກ ແລະ ຈຳກັດທາດພິດເຄມີ 13,7 ເຮັກຕາ ຢູ່ສະໜາມບິນສາກົນ ດ່າໜັງ ໃຫ້ກະຂວງຄົມມະນາຄົມ - ຂົນສົ່ງຄຸ້ມຄອງ. 

ບັນດານັກຊ່ຽວຊານໄດ້ເກັບກູ້ລະເບີດບໍ່ທັນແຕກ ແລະ ຈຳກັດທາດພິດເຄມີ ຢູ່ສະໜາມບິນສາກົນ ດ່າໜັງ  (ພາບ: TTXVN)

ຕອນເຊົ້າວັນທີ 07 ພະຈິກ, ທີ່ນະຄອນ ດ່າໜັງ, ທ່ານພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຈາກລະເບີດບໍ່ທັນແຕກ ແລະ ທາດພິດເຄມີພາຍຫລັງສົງຄາມຢູ່ ຫວຽດນາມ, ແລະ ທ່ານ  Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງມອບ-ຮັບດິນທີ່ໄດ້ເກັບກູ້ລະເບີດ ບໍ່ທັນແຕກ ແລະ ຈຳກັດທາດພິດເຄມີ 13,7 ເຮັກຕາ ຢູ່ສະໜາມບິນສາກົນ ດ່າໜັງ ໃຫ້ກະຂວງຄົມມະນາຄົມ - ຂົນສົ່ງຄຸ້ມຄອງ. ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈີ໋ວິ້ງ ກ່າວວ່າ:

        ລັດຖະບານ ຫວຽດນາມ ແລະ ລັດຖະບານ ອາເມລິກາ ໄດ້ມີຄຳໝັ້ນສັນຍາສືບຕໍ່ແກ້ໄຂດີໂອຊິນຢູ່ສະໜາມບິນ ບຽນຮ່ວາ. ຂ້າພະເຈົ້າປາດຖະໜາຢາກມີການຮ່ວມມືຂອງສະຖານທູດ ອາເມລິກາ, ພິເສດແມ່ນຂອງທ່ານເອກອັກຄະລັດຖະທູດໃນນາມສ່ວນຕົວ, ອົງການພັດທະນາ ອາເມລິກາ ກໍ່ຄືການສົມທົບຂອງບັນດາກະຊວງ, ຄະນະ, ຂະແໜງການ ລົງມືກໍ່ສ້າງໂຄງການຢູ່ ບຽນ ຮ່ວາ ໂດຍໄວ ດ້ວຍປະລິມານທົບຫລາຍເທົ່າເມື່ອທຽບກັບສະໜາມບິນ ດ່າໜັງ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະປະສົບຜົນສຳເລັດ.

(ແຫຼ່ງຄັດຈາກ VOV)



top