ຂ່າວສານ

ຫວຽດນາມ ແລະ ອາກຊັງຕິນ ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2025

ການນຳ 2 ທ່ານສະແດງຄວາມເພິ່ງພໍໃຈຕໍ່ເລື່ອງ ວົງເງິນການຄ້າ 2 ສົ້ນສືບຕໍ່ແມ່ນຈຸດເດັ່ນໃນການພົວພັນ 2 ຝ່າຍ, ບັນລຸກວ່າ 4,8 ຕື້ USD ໃນປີ 2022; ມານະພະຍາຍາມພ້ອມກັນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸລະດັບ 10 ຕື້ USD ໃນປີ 2050.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ Alberto Angel Fernandezt)

ໂດຍສືບຕໍ່ການໄປຢ້ຽມຢາມ ອາກຊັງຕິນ ຢ່າງເປັນທາງການ, ວັນທີ 24 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ Buenos Aires, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ດຳເນີນການພົບປະກັບທ່ານປະທານາທິບໍດີ Alberto Angel Fernandezt. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາເພີ່ມທະວີການພົວພັນກັບ ອາກຊັງຕິນ ເວົ້າສະເພາະ ແລະ ພາກພື້ນ ອາເມລິກາ ລາຕິງ ເວົ້າລວມ ເພື່ອສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານນັບທັງການພົວພັນການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ບັນລຸປະສິດທິຜົນ, ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຕາມຂົງເຂດ, ຄື: ອຸດສາຫະກຳ - ກະສິກຳ, ພະລັງງານ.

ການນຳ 2 ທ່ານຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ໃນໄລຍະຜ່ານມາສືບຕໍ່ພັດທະນາຢ່າງຕັ້ງໜ້າ, ແທດຈິງ ແລະ ບັນລຸປະສິດທິຜົນ, ການນຳ 2 ທ່ານສະແດງຄວາມເພິ່ງພໍໃຈຕໍ່ເລື່ອງ ວົງເງິນການຄ້າ 2 ສົ້ນສືບຕໍ່ແມ່ນຈຸດເດັ່ນໃນການພົວພັນ 2 ຝ່າຍ, ບັນລຸກວ່າ 4,8 ຕື້ USD ໃນປີ 2022; ມານະພະຍາຍາມພ້ອມກັນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸລະດັບ 10 ຕື້ USD ໃນປີ 2050.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ລັດຖະບານ 2 ປະເທດ ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍ 3 ໝວດມາດຕະການລະອຽດ, ລວມມີ: ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍຄືທຸກຂັ້ນ, ຂະແໜງການ; ຊຸກຍູ້ການພິຈາລະນາເລີ່ມເຄື່ອນໄຫວການເຈລະຈາສັນຍາການຄ້າເສລີ ຫວຽດນາມ ກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ເປີດກວ້າງ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດອື່ນ, ຄື: ວັດທະນະທຳ, ການສຶກສາ, ກິລາ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານທົດແທນ…

ແລະກໍ່ໃນວັນທີ 24 ເມສາ, ກ່າວຄຳເຫັນທີ່ການພົບປະກັບທ່ານນາງປະທານສະພາສູງ, ຮອງປະທານາທິບໍດີ ອາກຊັງຕິນ Cristina Fernandez Kirchner, ການນຳ 2 ທ່ານໄດ້ເຫັນດີສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ແບ່ງປັນບົດຮຽນກ່ຽວກັບການສ້າງກົດໝາຍໃນບັນດາບັນຫາໜູນຊ່ວຍຜູ້ທຸກຍາກ, ການຮັບປະກັນຊີວິດສັງຄົມ ແລະ ການພັດທະນາປະເທດຊາດ.


top