ຂ່າວສານ

ຫວຽດນາມ ແລະ ອັກຊັງຕິນ ມຸ່ງໄປເຖິງການຮ່ວມມືໃນຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫວັງວ່າ ສອງຝ່າຍຈະສືບຕໍ່ມານະພະຍາຍາມເພື່ອຍົກສູງການແລກປ່ຽນດ້ານການຄ້າ, ຫັນບັນດາປະເພດສິນຄ້າສົ່ງອອກ - ນຳເຂົ້າໃຫ້ເປັນຫຼາຍຮູບແບບ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫວັງວ່າ ສອງຝ່າຍຈະສືບຕໍ່ມານະພະຍາຍາມເພື່ອຍົກສູງການແລກປ່ຽນດ້ານການຄ້າ, ຫັນບັນດາປະເພດສິນຄ້າສົ່ງອອກ - ນຳເຂົ້າໃຫ້ເປັນຫຼາຍຮູບແບບ.

    

ການເຮັດວຽກລະຫວ່າງສອງຝ່າຍໃນວັນທີ 11 ກໍລະກົດ 

ວັນທີ 11 ກໍລະກົດ, ກ່າວຄຳເຫັນທີ່ການພົບປະເຈລະຈາກັບທ່ານ Santiago Cafiero, ລັດຖະມົນຕີການຕ່າງປະເທດ, ການພົວພັນສາກົນ ແລະ ສາສະໜາ ສ. ອັກຊັງຕິນ, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ: ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອັກຊັງຕິນ ນັບມື້ນັບພັດທະນາ, ປະກອບສ່ວນສຳຄັນເຂົ້າໃນການຍົກລະດັບການພົວພັນສອງຝ່າຍມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫວັງວ່າ ສອງຝ່າຍຈະສືບຕໍ່ມານະພະຍາຍາມເພື່ອຍົກສູງການແລກປ່ຽນດ້ານການຄ້າ, ຫັນບັນດາປະເພດສິນຄ້າສົ່ງອອກ - ນຳເຂົ້າໃຫ້ເປັນຫຼາຍຮູບແບບ ແລະ ສ້າງຄວາມດຸ່ນການຄ້າສອງຝ່າຍເທື່ອລະກ້າວ, ສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຄົມວິສາຫະກິດສອງຝ່າຍກ່ຽວກັບຕະຫຼາດຂອງກັນ; ໜູນຊ່ວຍວິສາຫະກິດເຂົ້າຮ່ວມບັນດາງານຕະຫຼາດນັດສະເພາະຂະແໜງອາຊີບ ແລະ ບັນດາການເຄື່ອນໄຫວເຊື່ອມຕໍ່ແລກປ່ຽນການຄ້າຂອງສອງປະເທດ. ທ່ານລັດຖະມົນຕີ ຫງຽນຮົ່ງຢຽນ ກໍ່ສະເໜີໃຫ້ຝ່າຍ ອັກຊັງຕິນ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ໃນການສຳຜັດກັບຕະຫຼາດ ອັກຊັງຕິນ ກ່ວາ, ພິເສດແມ່ນ

(ແຫຼ່ງຄັດຈາກ VOV)


top