ຂ່າວສານ

ຫວຽດນາມ ແລະ ສ.ເກົາຫຼີ ສະໜັບສະໜູນຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022

2 ຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມື ຫວຽດນາມ - ສ.ເກົາຫຼີ ຢ່າງເລິກເຊິ່ງ, ກວ້າງຂວາງໃນຫຼາຍຂົງເຂດ, ສະໜັບສະໜູນການຍົກລະດັບການພົວພັນໃຫ້ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.
ປະທານສະພາແຫ່ງຊາດ 2 ປະເທດກໍ່ດຳເນີນການເຈລະຈາ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong seug, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 15 ທັນວາ. ຕອນບ່າຍວັນທີ 13 ທັນວາ, ທີ່ຫໍສະພາແຫ່ງຊາດ ສ.ເກົາຫຼີ ຢູ່ ເຊີອຸນ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Park Byeong seug. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ 2 ປະເທດກໍ່ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີພັດທະນາການພົວພັນລະຫວ່າງ 2 ສະພາແຫ່ງຊາດໃຫ້ກາຍເປັນແບບຢ່າງການຮ່ວມມືລັດຖະສະພາ ດ້ວຍເລື່ອງສ້າງກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາຍິງ, ສະມາຊິກລັດຖະສະພາໜຸ່ມ.

        2 ຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມື ຫວຽດນາມ - ສ.ເກົາຫຼີ ຢ່າງເລິກເຊິ່ງ, ກວ້າງຂວາງໃນຫຼາຍຂົງເຂດ, ສະໜັບສະໜູນການຍົກລະດັບການພົວພັນໃຫ້ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1992-2022).

        ການນຳ 2 ທ່ານໄດ້ເຫັນດີສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸລະດັບ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ລົງທຶນ ແລະ ເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ. ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຄົ້ນຄວ້າ, ພັດທະນາ, ຖ່າຍທອດເຕັກໂນໂລຊີວັກຊິນ ແລະ ຢາປິ່ນປົວໂຄວິດ-19 ແລະ ອຸປະກອນການແພດ ຮັບໃຊ້ໂດຍກົງວຽກງານປ້ອງກັນ, ຕ້ານໂລກລະບາດ, ໜູນຊ່ວຍ ຫວຽດນາມ.

        ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ເຫັນດີໜູນຊ່ວຍ ຫວຽດນາມ ປະຕິບັດ “ໂຄງການຫັນເປັນດີຈີຕອນແຫ່ງຊາດ ຮອດປີ 2025, ກຳນົດທິດຮອດປີ 2030”. ສ.ເກົາຫຼີ ກໍ່ສືບຕໍ່ອຸປະຖຳ ແລະ ໜູນຊ່ວຍຜັນຂະຫຍາຍບາງໂຄງການພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມໃນໄລຍະ 2021 – 2025.

        ການນຳ 2 ທ່ານເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນ ຫວຽດນາມ ປະຕິບັດບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ອາຍຸການ 2021 – 2024; ສືບຕໍ່ສະໜັບສະໜູນ ແລະ ແບ່ງປັນວິໄສທັດຮ່ວມກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງກັນທາງທະເລໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)


top